Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:10 - ພຣະຄຳພີສັກສິ

10 ຄົນໜຶ່ງ​ໃນ​ພວກເຈົ້າ​ສາມາດ​ເຮັດ​ໃຫ້​ພັນ​ຄົນ​ແລ່ນ​ໜີ​ຈາກ​ພວກເຈົ້າ​ໄດ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ​ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.

Uka jalj uñjjattʼäta Copia luraña




ໂຢຊວຍ 23:10
27 Jak'a apnaqawi uñst'ayäwi  

ບັນດາ​ທະຫານ​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ​ມີ​ລາຍຊື່​ຕໍ່ໄປນີ້: ຜູ້​ທຳອິດ​ຊື່​ວ່າ ໂຢເຊບ​ບັດເຊເບັດ ຊາວ​ຕາເກໂມນ. ລາວ​ເປັນ​ຫົວໜ້າ​ຂອງ​ຈອມສາມ​ທະຫານເອກ. ລາວ​ໄດ້​ໃຊ້​ຫອກ ເປັນ​ອາວຸດ​ເພື່ອ​ຕໍ່ສູ້​ທະຫານ​ແປດຮ້ອຍ​ຄົນ ແລະ​ຂ້າ​ທຸກຄົນ​ໄດ້​ໃນ​ສະໜາມຮົບ​ບັ້ນດຽວ.


ພວກເຂົາ​ໄວ້ວາງໃຈ​ໃນ​ພຣະເຈົ້າ ແລະ​ພາວັນນາ​ອະທິຖານ​ຂໍ​ພຣະອົງ​ຊ່ວຍເຫລືອ ແລະ​ພຣະເຈົ້າ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ; ພຣະອົງ​ໃຫ້​ພວກເຂົາ​ເອົາ​ຊະນະ​ພວກຮັກກິດ​ແລະ​ພັນທະມິດ.


ພວກເຂົາ​ໄດ້​ຂ້າ​ສັດຕູ​ຢ່າງ​ຫລວງຫລາຍ ເພາະ​ການ​ເຮັດ​ເສິກ​ຄັ້ງ​ນີ້​ແມ່ນ​ພຣະເຈົ້າ​ພໍໃຈ​ໃຫ້​ເຮັດ ແລະ​ພວກເຂົາ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຈົນ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຕໍ່ຕ້ານ​ຜູ້​ທີ່​ຂັດຂວາງ​ຂ້ານ້ອຍ​ເຖີດ ໂຜດ​ຕໍ່ສູ້​ພວກ​ທີ່​ຕໍ່ສູ້​ຂ້ານ້ອຍ​ນັ້ນ


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ຈະ​ສູ້ຮົບ​ຕາງ​ພວກເຈົ້າ ໂດຍ​ທີ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ.”


ພວກເຈົ້າ​ພັນ​ຄົນ​ຈະ​ແລ່ນ​ໜີ​ເມື່ອ​ເຫັນ​ທະຫານ​ຜູ້ໜຶ່ງ​ຂອງ​ສັດຕູ ແລະ​ທະຫານ​ຫ້າ​ຄົນ​ຂອງ​ສັດຕູ​ກໍ​ພຽງພໍ ທີ່​ຈະ​ເຮັດ​ໃຫ້​ພວກເຈົ້າ​ແລ່ນ​ໜີໄປ​ໝົດ. ໃນ​ກອງທັບ​ຂອງ​ພວກເຈົ້າ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ເລີຍ ນອກຈາກ​ຫລັກ​ທຸງ​ທີ່​ຈອມ​ເນີນພູ​ເທົ່ານັ້ນ.


ພວກເຈົ້າ​ຈະ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ທັງຫລາຍ ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມດາບ​ຕໍ່ໜ້າ​ພວກເຈົ້າ;


ພວກເຈົ້າ​ຫ້າ​ຄົນ​ຈະ​ຂັບໄລ່​ສັດຕູ​ຮ້ອຍ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ພວກເຈົ້າ​ຮ້ອຍ​ຄົນ​ຈະ​ຂັບໄລ່​ສັດຕູ​ສິບພັນ​ຄົນ​ໃຫ້​ພ່າຍແພ້​ໄດ້ ແລະ​ເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ​ຕໍ່ໜ້າ​ພວກເຈົ້າ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


‘ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ໃຫ້​ດີ ໃນວັນນີ້​ພວກເຈົ້າ​ຈະ​ອອກ​ສູ່​ສະໜາມຮົບ. ຢ່າ​ຢ້ານ​ຂ້າເສິກ ຫລື​ເສຍຂວັນ ຫລື​ເກີດ​ອົນລະຫົນ​ວຸ້ນວາຍ​ເລີຍ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ໄຊຊະນະ.’


ພຣະເຈົ້າຢາເວ​ຈະ​ເອົາ​ຊະນະ​ສັດຕູ​ທັງຫລາຍ​ທີ່​ມາ​ໂຈມຕີ​ພວກເຈົ້າ. ພວກເຂົາ​ຈະ​ໂຈມຕີ​ພວກເຈົ້າ​ຈາກ​ທິດດຽວ ແຕ່​ພວກເຂົາ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ.


ຢ່າ​ຢ້ານ​ພວກເຂົາ​ແຕ່​ປະການ​ໃດ​ເລີຍ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ສູ້ຮົບ​ແທນ​ພວກເຈົ້າ.’


ພຣະອົງ​ກ່າວ​ວ່າ, ‘ເຮົາ​ຈະ​ບໍ່​ຊ່ວຍ​ພວກເຂົາ​ຕໍ່ໄປ​ອີກ’ ‘ແລ້ວ​ເຮົາ​ກໍ​ຈະ​ເບິ່ງ​ວ່າ​ສິ່ງໃດ​ເກີດຂຶ້ນ​ກັບ​ເຂົາເຈົ້າ ຄື​ຄົນ​ທີ່​ດື້ດ້ານ​ສອນຍາກ​ແລະ​ຫົວແຂງ ທັງ​ບໍ່​ສັດຊື່​ແລະ​ບໍ່​ໝັ້ນຄົງ​ດ້ວຍ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ໂຢຊວຍ​ໄດ້​ເອົາ​ຊະນະ​ກະສັດ​ເຫຼົ່ານີ້ ພ້ອມ​ທັງ​ດິນແດນ​ຂອງ​ພວກເຂົາ​ຢູ່​ໃນ​ບັ້ນຮົບ​ດຽວ ຍ້ອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ອິດສະຣາເອນ ໄດ້​ສູ້ຮົບ​ເພື່ອ​ຊາດ​ອິດສະຣາເອນ.


ແລ້ວ​ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເຕັມໃຈ.


ພວກເຈົ້າ​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ກະທຳ​ຕໍ່​ຊົນຊາດ​ທັງປວງ​ຍ້ອນ​ເລື່ອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ.


ແລ້ວ​ແຊມຊັນ​ກໍ​ເຫັນ​ກະດູກ​ຄາງ​ຂອງ​ລໍ​ທີ່​ຫາ​ກໍ​ຕາຍ ລາວ​ຈຶ່ງ​ຈັບ​ເອົາ​ແລະ​ໃຊ້​ເປັນ​ອາວຸດ​ຂ້າ​ພວກ​ຟີລິດສະຕິນ​ຕາຍ​ໜຶ່ງພັນ​ຄົນ.


ຜູ້ນຳ​ຄົນ​ຕໍ່ມາ​ແມ່ນ​ຊຳຄາ ລູກຊາຍ​ຂອງ​ອານາດ. ລາວ​ກໍ​ເປັນ​ຜູ້ໜຶ່ງ​ທີ່​ໄດ້​ຊ່ວຍ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ ແລະ​ໂດຍ​ໃຊ້​ໄມ້​ບັງຄັບງົວ​ຂ້າ​ພວກ​ຟີລິດສະຕິນ​ຈຳນວນ​ຫົກຮ້ອຍ​ຄົນ.


ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka