Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:1 - ພຣະຄຳພີສັກສິ

1 ຕໍ່ມາ​ອີກ​ເປັນ​ເວລາ​ດົນນານ ພຣະເຈົ້າຢາເວ​ໄດ້​ໃຫ້​ຊາດ​ອິດສະຣາເອນ ຢູ່​ຢ່າງ​ສະຫງົບສຸກ​ຈາກ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມແອ້ມ​ພວກເຂົາ. ໃນ​ເວລາ​ນັ້ນ​ໂຢຊວຍ​ກໍ​ເຖົ້າແກ່​ຫລາຍ​ແລ້ວ

Uka jalj uñjjattʼäta Copia luraña




ໂຢຊວຍ 23:1
15 Jak'a apnaqawi uñst'ayäwi  

ຈາກ​ນັ້ນ ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ໄດ້​ຕາຍ​ໄປ​ໃນ​ຂະນະ​ທີ່​ມີ​ອາຍຸ​ສູງ ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ໝັ້ນຍືນ ແລະ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ.


ມາບັດນີ້ ກະສັດ​ດາວິດ​ກໍ​ເຖົ້າແກ່​ຊະຣາ​ຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ ພວກ​ຄົນ​ຮັບໃຊ້​ຫົ່ມ​ຜ້າ​ໃຫ້​ເພິ່ນ​ຫລາຍ​ຜືນ​ກໍ​ຍັງ​ບໍ່​ອົບອຸ່ນ.


ກະສັດ​ດາວິດ​ເວົ້າ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່ເຢັນ​ເປັນສຸກ ແລະ​ພຣະອົງ​ເອງ​ກໍ​ຈະ​ສະຖິດ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ຕະຫລອດໄປ.


ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ຫົວໜ້າ​ຄອບຄົວ ແລະ​ບັນດາ​ຫົວໜ້າ​ຕະກຸນ ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ອິດສະຣາເອນ ທີ່​ໄດ້​ບໍລິຫານ​ວຽກງານ​ຂອງ​ຣາຊອານາຈັກ. ທຸກໆ​ເດືອນ​ໃນ​ແຕ່ລະ​ປີ​ໃດ ໄດ້​ມີ​ໝວດ​ຕ່າງໆ​ຊາວສີ່​ພັນ​ຄົນ ປະຕິບັດ​ໜ້າທີ່​ພາຍໃຕ້​ຜູ້​ບັນຊາການ​ປະຈຳເດືອນ​ນັ້ນໆ.


ກະສັດ​ອາບີຢາ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ເຈົ້າ​ອາສາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ; ແລະ​ພາຍໃຕ້​ການ​ປົກຄອງ​ຂອງ​ອາສາ ປະເທດ​ຊາດ​ຈຶ່ງ​ສະຫງົບສຸກ​ເປັນ​ເວລາ​ສິບ​ປີ.


ຍ້ອນ​ເພິ່ນ​ໄດ້​ລຶບລ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ແທ່ນບູຊາ​ເຄື່ອງຫອມ​ຈາກ​ເມືອງ​ທັງໝົດ​ຂອງ​ຢູດາຍ ພາຍໃຕ້​ການ​ປົກຄອງ​ຂອງ​ເພິ່ນ ຢູດາຍ​ຈຶ່ງ​ເກີດ​ມີ​ຄວາມ​ສະຫງົບສຸກ.


ສະນັ້ນ ເຢໂຮຊາຟັດ​ຈຶ່ງ​ໄດ້​ປົກຄອງ​ຢ່າງ​ສັນຕິສຸກ ແລະ​ພຣະເຈົ້າ​ໄດ້​ໃຫ້​ເພິ່ນ​ມີ​ຄວາມ​ປອດໄພ​ຮອບດ້ານ.


ພຣະອົງ​ເຮັດ​ໃຫ້​ເສິກ​ສົງຄາມ​ໃນ​ທົ່ວ​ໂລກ​ຢຸດຕິ​ລົງ ຫັກ​ຄັນທະນູ​ທຳລາຍ​ຫອກ​ແລະ​ຈູດ​ໂລ້.


ຝູງງົວ​ໄດ້​ຖືກ​ນຳ​ໄປ​ລ້ຽງ​ຢູ່​ໃນ​ຮ່ອມພູ​ທີ່​ມີ​ດິນ​ດີ​ສັນໃດ ພຣະເຈົ້າຢາເວ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ພັກຜ່ອນ​ສັນນັ້ນ. ພຣະອົງ​ໄດ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ນຳ​ກຽດສັກສີ​ມາ​ສູ່​ພຣະອົງເອງ.


ແລະ​ກ່າວ​ວ່າ, “ດຽວ​ນີ້​ອາຍຸ​ຂອງ​ຂ້າພະເຈົ້າ​ກໍໄດ້ 120 ປີ​ແລ້ວ ແລະ​ຂ້າພະເຈົ້າ​ຈະ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ຕໍ່ໄປ​ອີກ​ບໍ່ໄດ້. ນອກຈາກນີ້​ອີກ ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ວ່າ ຂ້າພະເຈົ້າ​ຈະ​ບໍ່ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ.


ໂຢຊວຍ​ໄດ້​ຢຶດຄອງ​ດິນແດນ​ທັງໝົດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ. ເພິ່ນ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ຊາວ​ອິດສະຣາເອນ ໂດຍ​ໄດ້​ແບ່ງປັນ​ດິນແດນ​ນັ້ນ​ເປັນ​ສ່ວນ​ໃຫ້​ແຕ່ລະເຜົ່າ. ສະນັ້ນ ປະຊາຊົນ​ຈຶ່ງ​ໄດ້​ເຊົາ​ສູ້ຮົບ ແລະ​ຢູ່​ຢ່າງ​ສະຫງົບສຸກ.


ເມື່ອ​ໂຢຊວຍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ເຈົ້າ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ແລ້ວ ແຕ່​ຍັງ​ມີ​ດິນແດນ​ຢູ່​ອີກ​ຫລາຍ​ແຫ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ຢຶດຄອງ ດັ່ງນີ້:


ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ມີ​ສັນຕິສຸກ​ທົ່ວ​ດິນແດນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ບໍ່ມີ​ສັດຕູ​ໃດໆ​ທີ່​ສາມາດ​ຕໍ່ຕ້ານ​ພວກເຂົາ​ໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ມອບ​ພວກ​ສັດຕູ​ທັງໝົດ​ໃຫ້​ຢູ່​ໃນ​ກຳມື​ຂອງ​ພວກເຂົາ.


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.


ແລະ​ດຽວ​ນີ້​ພວກເຈົ້າ​ກໍ​ມີ​ກະສັດ​ໂຊນ​ເປັນ​ຜູ້​ນຳພາ. ສຳລັບ​ຂ້າພະເຈົ້າ​ເອງ​ນັ້ນ​ເຖົ້າແກ່​ແລະ​ຜົມ​ກໍ​ຫງອກ​ຫລາຍ​ແລ້ວ ແລະ​ພວກ​ລູກຊາຍ​ຂອງ​ຂ້າພະເຈົ້າ​ກໍ​ຍັງ​ຢູ່​ນຳ​ພວກເຈົ້າ. ຂ້າພະເຈົ້າ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ແຕ່​ຍັງ​ໜຸ່ມ​ຈົນເຖິງ​ດຽວນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka