ໂຢຊວຍ 22:9 - ພຣະຄຳພີສັກສິ9 ດັ່ງນັ້ນ ປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ຈຶ່ງໄດ້ຄືນສູ່ຖິ່ນຖານ. ພວກເຂົາໄດ້ຈາກຊາວອິດສະຣາເອນພວກອື່ນໆ ທີ່ເມືອງຊີໂລໃນດິນແດນການາອານ ອອກກັບໄປສູ່ດິນແດນຂອງພວກຕົນ ຄືດິນແດນກີເລອາດ ບ່ອນທີ່ພວກເຂົາໄດ້ຮັບຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ. Uka jalj uñjjattʼäta |
ແລະຢຶດຄອງເອົາດິນແດນມາເປັນກຳມະສິດ. ຫລັງຈາກນັ້ນ ພວກເຈົ້າຈຶ່ງຈະສາມາດກັບຄືນມາໄດ້ ຍ້ອນພວກເຈົ້າໄດ້ເຮັດຕາມຄຳສັນຍາທີ່ໃຫ້ໄວ້ກັບພຣະເຈົ້າຢາເວ ແລະກັບພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າແລ້ວ ພຣະເຈົ້າຢາເວກໍຈະຮັບຮູ້ວ່າ ດິນແດນທີ່ທາງຟາກຕາເວັນອອກນີ້ເປັນຂອງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ.
ໃນເວລາດຽວກັນນັ້ນ ຂ້າພະເຈົ້າໄດ້ໃຫ້ຄຳແນະນຳພວກເຂົາດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເຂດແດນ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນີ້ໃຫ້ພວກເຈົ້າຢຶດຄອງ. ບັດນີ້ ຈົ່ງປະກອບອາວຸດໃຫ້ພວກນັກຮົບຂອງພວກເຈົ້າ ແລະໃຊ້ພວກເຂົາໃຫ້ຂ້າມແມ່ນໍ້າຈໍແດນ ອອກໜ້າເຜົ່າອື່ນໆຂອງຊາດອິດສະຣາເອນ ເພື່ອໄປຊ່ວຍຢຶດຄອງດິນແດນໃຫ້ພວກເຂົາ.
ຈົ່ງຊ່ວຍເຫລືອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ ຈົນກວ່າພວກເຂົາໄດ້ຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ ຢູ່ທາງຟາກຕາເວັນຕົກແມ່ນໍ້າຈໍແດນ ແລະຈົນກວ່າພວກເຂົາຢູ່ໃນທີ່ນັ້ນຢ່າງສະຫງົບສຸກ ເໝືອນດັ່ງພຣະອົງໄດ້ເຮັດໃຫ້ພວກເຈົ້າຢູ່ຢ່າງສະຫງົບສຸກແລ້ວທາງຟາກນີ້. ຫລັງຈາກນັ້ນແລ້ວ ພວກເຈົ້າຈົ່ງກັບຄືນເມືອສູ່ດິນແດນ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທາງຟາກນີ້.