Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:5 - ພຣະຄຳພີສັກສິ

5 ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ພວກເຈົ້າ​ຄື: ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຈົ່ງ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ, ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ, ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ ຂອງ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ໂຢຊວຍ 22:5
50 Jak'a apnaqawi uñst'ayäwi  

ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຄື​ຜູ້​ທີ່​ປະຕິບັດ​ຕາມ​ສິ່ງ​ຖືກຕ້ອງ​ຢູ່​ເລື້ອຍໆ.


ເພື່ອ​ພວກເຂົາ​ຈະ​ໄດ້​ວາງ​ຄວາມຫວັງໃຈ​ຂອງ​ພວກເຂົາ​ໃນ​ພຣະເຈົ້າ​ເໝືອນກັນ ແລະ​ບໍ່​ລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ແຕ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ແຕ່​ເຮົາ​ສຳແດງ​ຄວາມຮັກ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຖື​ຮັກສາ​ບັນຍັດ​ທັງຫລາຍ​ຂອງເຮົາ ຫລາຍ​ພັນ​ເຊັ່ນຄົນ.


ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ຖ້າ​ພວກເຈົ້າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ເຮົາ​ກໍ​ຈະ​ອວຍພອນ​ພວກເຈົ້າ ບໍຣິບູນ​ໄປ​ດ້ວຍ​ອາຫານ​ການ​ກິນ​ແລະ​ນໍ້າດື່ມ ທັງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ.


ຈົ່ງ​ລະວັງ​ສິ່ງ​ທີ່​ເຈົ້າ​ຄິດ​ຢູ່ໃນໃຈ​ໃຫ້​ດີ ເພາະ​ຊີວິດ​ຂອງ​ຄົນ​ຖືກ​ຫລໍ່ຫລອມ​ຂຶ້ນ​ໂດຍ​ຄວາມ​ນຶກຄິດ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “‘ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ, ແລະ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.’


ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


ເມື່ອ​ເຮົາ​ໄດ້​ພົ້ນ​ຈາກ​ມື​ສັດຕູ​ທັງຫລາຍ​ຂອງເຮົາ​ແລ້ວ ຈະ​ຊົງ​ໂຜດ​ໃຫ້​ເຮົາ​ໄດ້​ບົວລະບັດ​ ພຣະອົງ ໂດຍ​ປາສະຈາກ​ຄວາມ​ຢ້ານ,


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


“ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ.


ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.


ເພາະວ່າ​ໃນ​ຄືນ​ນີ້​ເອງ​ເທວະດາ​ຂອງ​ພຣະເຈົ້າ ອົງ​ເປັນ​ເຈົ້າຂອງ​ຂອງເຮົາ ແລະ​ອົງ​ທີ່​ເຮົາ​ນະມັດສະການ​ນັ້ນ ໄດ້​ມາ​ຢືນ​ຢູ່​ໃກ້​ເຮົາ


ເພາະວ່າ​ພຣະເຈົ້າ​ຜູ້​ທີ່​ເຮົາ​ຮັບໃຊ້​ດ້ວຍ​ຊີວິດ​ຈິດໃຈ ໃນ​ການ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຊົງ​ເປັນ​ພະຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ພາວັນນາ​ອະທິຖານ​ນັ້ນ ເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ສະເໝີ​ບໍ່ໄດ້​ຂາດ.


ຈົ່ງ​ຮັກ​ດ້ວຍ​ໃຈຈິງ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ດີ


ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.


“ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ​ສະເໝີ.


ສະນັ້ນ ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ.


ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຈົ່ງ​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ສັ່ງ ແລະ​ຈົ່ງ​ສັດຊື່​ຕໍ່​ພຣະອົງ.


ຈົ່ງ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະອົງ ຈົ່ງ​ເຊື່ອຟັງ​ພຣະອົງ​ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຈົ່ງ​ນະມັດສະການ​ພຣະອົງ​ແລະ​ຈົ່ງ​ສັດຊື່​ຕໍ່​ພຣະອົງ.


ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຖ້າ​ພວກເຈົ້າ​ສະແຫວງ​ຫາ​ພຣະອົງ​ດ້ວຍ​ສຸດໃຈ ພວກເຈົ້າ​ກໍ​ຈະ​ໄດ້​ພົບ​ພຣະອົງ.


ແຕ່​ພວກ​ທີ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຍັງ​ມີ​ຊີວິດ​ຢູ່​ເທົ່າ​ເຖິງ​ທຸກ​ວັນນີ້.


ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່ ເພາະ​ການ​ກະທຳ​ເຊັ່ນນັ້ນ ຈະ​ສະແດງ​ໃຫ້​ຊົນຊາດ​ອື່ນ​ເຫັນ​ວ່າ ພວກເຈົ້າ​ສະຫລຽວ​ສະຫລາດ​ພຽງໃດ. ເມື່ອ​ເຂົາ​ໄດ້ຍິນ​ເຖິງ​ກົດບັນຍັດ​ເຫຼົ່ານີ້​ແລ້ວ ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຊົນຊາດ​ທີ່​ຍິ່ງໃຫຍ່​ນີ້​ຊ່າງ​ມີ​ປັນຍາ​ແລະ​ຄວາມ​ຮອບຮູ້​ແທ້ນໍ.’


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ! ຕາບໃດ​ທີ່​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນກັບຕາ​ມາ​ແລ້ວ. ຈົ່ງ​ບອກ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫຼົ່ານີ້


ແຕ່​ເຮົາ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ຜູ້​ທີ່​ຮັກ​ເຮົາ ແລະ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ ເຖິງ​ຫລາຍ​ພັນ​ຊົ່ວ​ເຊັ່ນ​ຄົນ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທຸກໆ​ຂໍ້​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.


ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ.


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ.


ແຕ່​ຈົ່ງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພວກເຈົ້າ​ເຄີຍ​ປະຕິບັດ​ມາ​ຈົນ​ເທົ່າ​ທຸກ​ວັນນີ້.


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


ຊາມູເອນ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ກໍຕາມ ແຕ່​ຢ່າ​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ; ແຕ່​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ​ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ສັດຊື່ ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ. ຈົ່ງ​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຈົ້າ.


ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka