ເພິ່ນກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ນຳພວກເຈົ້າ ແລະໄດ້ໃຫ້ພວກເຈົ້າມີຄວາມສະຫງົບສຸກຮອບດ້ານ. ພຣະອົງໄດ້ໃຫ້ຂ້າພະເຈົ້າຮົບຊະນະຊົນຊາດທັງປວງທີ່ອາໄສຢູ່ໃນດິນແດນນີ້; ບັດນີ້ ພວກເຂົາຢູ່ໃຕ້ອຳນາດຂອງພຣະເຈົ້າຢາເວ ແລະໃຕ້ອຳນາດຂອງພວກເຈົ້າຊຶ່ງເປັນໄພ່ພົນຂອງພຣະອົງ.