ໂຢຊວຍ 22:34 - ພຣະຄຳພີສັກສິ34 ປະຊາຊົນຣູເບັນແລະກາດເວົ້າວ່າ, “ແທ່ນບູຊານີ້ເປັນພະຍານຕໍ່ພວກເຮົາທຸກຄົນວ່າ ພຣະເຈົ້າຢາເວແມ່ນພຣະເຈົ້າ.” ດັ່ງນັ້ນ ພວກເຂົາຈຶ່ງໃສ່ຊື່ແທ່ນບູຊານີ້ວ່າ, “ພະຍານ.” Uka jalj uñjjattʼäta |
ແຕ່ເປັນເຄື່ອງໝາຍສຳລັບຄົນຂອງພວກຂ້ອຍແລະຄົນຂອງພວກເຈົ້າ ແລະສຳລັບເຊື້ອສາຍທີ່ຈະມາພາຍຫລັງພວກເຮົາວ່າ ພວກເຮົານະມັດສະການພຣະເຈົ້າຢາເວແທ້ໆຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ ໂດຍການເຜົາເຄື່ອງຖວາຍບູຊາ, ການຖວາຍບູຊາຕ່າງໆ ແລະການຖວາຍເພື່ອຄວາມສາມັກຄີທຳ. ການກະທຳເຊັ່ນນີ້ກໍເພື່ອປ້ອງກັນບໍ່ໃຫ້ລູກຫລານຂອງພວກເຈົ້າເວົ້າວ່າ ລູກຫລານຂອງພວກຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ.