33 ຊາວອິດສະຣາເອນໄດ້ຮັບຄວາມພໍໃຈ ແລະພາກັນສັນລະເສີນພຣະເຈົ້າ. ພວກເຂົາບໍ່ໄດ້ເວົ້າເຖິງເລື່ອງອອກໄປເຮັດເສິກລ້າງຜານແຜ່ນດິນ ບ່ອນທີ່ປະຊາຊົນຣູເບັນແລະກາດໄດ້ຕັ້ງຖິ່ນຖານຢູ່ນັ້ນອີກຕໍ່ໄປ.
ແລ້ວກະສັດດາວິດກໍໄດ້ສັ່ງປະຊາຊົນວ່າ, “ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ” ແລະທີ່ປະຊຸມທັງໝົດກໍຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຂົາ ພ້ອມທັງໄດ້ຂາບລົງ ແລະຍ້ອງຍໍໃຫ້ກຽດຕໍ່ໜ້າພຣະເຈົ້າຢາເວ ແລະກະສັດຂອງພວກຕົນ.
ຍິນຂ່າວດີຈາກແດນໄກ ກໍເທົ່າກັບໄດ້ດື່ມນໍ້າເຢັນເມື່ອຄໍແຫ້ງ.
ແລ້ວໃນຄືນນັ້ນ ພຣະເຈົ້າກໍໄດ້ເຜີຍເລື່ອງເລິກລັບໃຫ້ດານີເອນຮູ້ທາງນິມິດ ແລະລາວຈຶ່ງສັນລະເສີນພຣະເຈົ້າແຫ່ງສະຫວັນວ່າ,
ຊີເມໂອນກໍໄດ້ອູ້ມເອົາພຣະກຸມມານໄວ້ໃນອ້ອມແຂນຂອງຕົນ ແລະສັນລະເສີນພຣະເຈົ້າວ່າ,
ດັ່ງນັ້ນ ພີ່ນ້ອງທັງໝົດຈຶ່ງມິດງຽບ ແລະຟັງບາຣະນາບາກັບໂປໂລ ເລົ່າການອັດສະຈັນ ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າໄດ້ກະທຳຜ່ານພວກເພິ່ນ ໃນທ່າມກາງຄົນຕ່າງຊາດ.
ເມື່ອອ່ານແລ້ວທຸກຄົນຕ່າງກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ເພາະຄຳໜູນໃຈໃນຈົດໝາຍນັ້ນ.
ແລະບໍ່ພຽງແຕ່ການມາຂອງຕີໂຕເທົ່ານັ້ນ, ແຕ່ດ້ວຍການທີ່ພວກເຈົ້າໄດ້ຊູໃຈຂອງຕີໂຕອີກດ້ວຍ ຕາມທີ່ຕີໂຕໄດ້ມາເລົ່າໃຫ້ຟັງເຖິງຄວາມອາໄລ ແລະຄວາມໂສກເສົ້າຂອງເຈົ້າທັງຫລາຍ ກັບທັງໃຈຮ້ອນຮົນຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີທະວີຂຶ້ນ.
ສາທຸການແດ່ພຣະເຈົ້າ ຄືພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສະຫວັນສະຖານໂດຍພຣະຄຣິດ.
ເມື່ອປະໂຣຫິດຟີເນຮາ, ພວກຜູ້ນຳປະຊາຊົນອິດສະຣາເອນ, ພ້ອມດ້ວຍບັນດາຫົວໜ້າຄອບຄົວເຜົ່າຕ່າງໆທາງທິດຕາເວັນຕົກ ໄດ້ຍິນຄຳອະທິບາຍຂອງປະຊາຊົນໃນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກແລ້ວ ພວກເຂົາກໍພໍໃຈ.
ແລ້ວຟີເນຮາແລະພວກຜູ້ນຳເຫຼົ່ານັ້ນກໍໄດ້ອຳລາຈາກພວກຣູເບັນ, ພວກກາດ, ໃນດິນແດນກີເລອາດກັບເມືອລາຍງານຕໍ່ປະຊາຊົນອິດສະຣາເອນທີ່ການາອານ.