Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:31 - ພຣະຄຳພີສັກສິ

31 ປະໂຣຫິດ​ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ດຽວນີ້​ພວກເຮົາ​ຮູ້​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ທ່າມກາງ​ພວກເຮົາ. ພວກເຈົ້າ​ບໍ່ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ແລະ​ຍັງ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ລົງໂທດ​ຂອງ​ພຣະເຈົ້າຢາເວ​ດ້ວຍ.”

Uka jalj uñjjattʼäta Copia luraña




ໂຢຊວຍ 22:31
13 Jak'a apnaqawi uñst'ayäwi  

ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ບຸກກີ​ເປັນ​ລູກຊາຍ​ຂອງ​ອາບີຊູອາ, ອາບີຊູອາ​ເປັນ​ລູກຊາຍ​ຂອງ​ຟີເນຮາ, ຟີເນຮາ​ເປັນ​ລູກຊາຍ​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ລູກຊາຍ​ຂອງ​ອາໂຣນ.


ດ້ວຍ​ລົດຮົບ​ຢ່າງດີ​ພັນໆ​ຄັນ​ຂອງ​ພຣະອົງ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ສູ່​ສະຖານທີ່​ສັກສິດ.


ຊາວ​ອິດສະຣາເອນ​ຕ້ອງ​ສ້າງ​ຫໍເຕັນ​ສັກສິດ​ສຳລັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ຄວາມ​ລັບ​ທີ່​ເຊື່ອງໄວ້​ໃນ​ໃຈ​ຂອງ​ພວກເຂົາ​ຈະ​ປາກົດ​ແຈ້ງ ພວກເຂົາ​ກໍ​ຈະ​ໝູບ​ໜ້າ​ລົງ​ຂາບໄຫວ້​ນະມັດສະການ​ພຣະເຈົ້າ ໂດຍ​ຍອມ​ຮັບ​ວ່າ, “ພຣະເຈົ້າ​ຊົງ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້.”


ເມື່ອ​ປະໂຣຫິດ​ຟີເນຮາ, ພວກ​ຜູ້ນຳ​ປະຊາຊົນ​ອິດສະຣາເອນ, ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ຄອບຄົວ​ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນຕົກ ໄດ້ຍິນ​ຄຳ​ອະທິບາຍ​ຂອງ​ປະຊາຊົນ​ໃນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ແລ້ວ ພວກເຂົາ​ກໍ​ພໍໃຈ.


ແລ້ວ​ຟີເນຮາ​ແລະ​ພວກ​ຜູ້ນຳ​ເຫຼົ່ານັ້ນ​ກໍໄດ້​ອຳລາ​ຈາກ​ພວກ​ຣູເບັນ, ພວກ​ກາດ, ໃນ​ດິນແດນ​ກີເລອາດ​ກັບ​ເມືອ​ລາຍງານ​ຕໍ່​ປະຊາຊົນ​ອິດສະຣາເອນ​ທີ່​ການາອານ.


ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ພຣະອົງ​ຈະ​ຂັບໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ ເຊັ່ນ: ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ຮີວີ, ຊາວ​ເປຣີຊີ, ຊາວ​ກີກາຊີ, ຊາວ​ອາໂມ ແລະ​ຊາວ​ເຢບຸດ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ສະຖິດ​ໃນ​ທ່າມກາງ​ພວກເຈົ້າ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka