ໂຢຊວຍ 22:30 - ພຣະຄຳພີສັກສິ30 ເມື່ອປະໂຣຫິດຟີເນຮາ, ພວກຜູ້ນຳປະຊາຊົນອິດສະຣາເອນ, ພ້ອມດ້ວຍບັນດາຫົວໜ້າຄອບຄົວເຜົ່າຕ່າງໆທາງທິດຕາເວັນຕົກ ໄດ້ຍິນຄຳອະທິບາຍຂອງປະຊາຊົນໃນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກແລ້ວ ພວກເຂົາກໍພໍໃຈ. Uka jalj uñjjattʼäta |
ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.”
ດັ່ງນັ້ນ ເຈົ້າອາກີເຊຈຶ່ງຮ້ອງດາວິດມາ ແລະບອກວ່າ, “ຂ້ອຍສາບານໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ເຈົ້າໄດ້ສະແດງຄວາມຈົງຮັກພັກດີຕໍ່ຂ້ອຍ ແລະຂ້ອຍກໍພໍໃຈໃຫ້ເຈົ້າອອກໄປຕໍ່ສູ້ໃນສະໜາມຮົບນຳຂ້ອຍ. ນັບຕັ້ງແຕ່ມື້ທີ່ເຈົ້າໄດ້ມາຫາຂ້ອຍ ຂ້ອຍກໍບໍ່ເຫັນຄວາມຜິດໃນຕົວຂອງເຈົ້າແຕ່ຢ່າງໃດເລີຍ, ແຕ່ກະສັດຄົນອື່ນບໍ່ເຫັນດີໃນຕົວເຈົ້າ.