ໂຢຊວຍ 22:29 - ພຣະຄຳພີສັກສິ29 ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.” Uka jalj uñjjattʼäta |
ຂ້າຣາຊການອັດຊີເຣຍຜູ້ນັ້ນໄດ້ເວົ້າຕໍ່ໄປວ່າ, “ບາງທີທ່ານອາດຈະບອກຂ້າພະເຈົ້າວ່າ ທ່ານກຳລັງເພິ່ງພາອາໄສພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານກໍໄດ້? ບໍ່ແມ່ນເຮເຊກີຢາບໍທີ່ໄດ້ທຳລາຍພະທັງຫລາຍຖິ້ມ ເມື່ອເພິ່ນໄດ້ບອກປະຊາຊົນຊາວຢູດາຍ ແລະຊາວເຢຣູຊາເລັມ ໃຫ້ນະມັດສະການທີ່ແທ່ນບູຊາໃນນະຄອນເຢຣູຊາເລັມແຕ່ເທົ່ານັ້ນ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາແຫ່ງດຽວ ໃຫ້ເປັນບ່ອນນະມັດສະການພຣະອົງ ແລະທີ່ນັ້ນພວກເຈົ້າຕ້ອງນຳເອົາທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງ ໄປຖວາຍແກ່ພຣະອົງດັ່ງນີ້: ສັດສຳລັບເຜົາບູຊາແລະເຄື່ອງບູຊາຕ່າງໆ, ເຄື່ອງຖວາຍໜຶ່ງສ່ວນສິບກັບເຄື່ອງຖວາຍອື່ນໆ, ພ້ອມທັງເຄື່ອງຖວາຍພິເສດທີ່ພວກເຈົ້າໄດ້ສັນຍາ ວ່າຈະຖວາຍແກ່ພຣະເຈົ້າຢາເວ.
ມັນເປັນຄວາມນຶກຄິດຂອງພວກຂ້ອຍທີ່ວ່າ ຖ້າເຫດການຢ່າງນີ້ເກີດຂຶ້ນ ລູກຫລານຂອງພວກຂ້ອຍອາດເວົ້າວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍພວກເຮົາໄດ້ສ້າງແທ່ນບູຊາຂຶ້ນ ຄ້າຍຄືກັບແທ່ນບູຊາຂອງພຣະເຈົ້າຢາເວ. ແທ່ນບູຊານີ້ບໍ່ແມ່ນເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືເປັນບ່ອນຖວາຍບູຊາໃດໆ ແຕ່ເປັນພຽງເຄື່ອງໝາຍສຳລັບຄົນຂອງພວກຂ້ອຍ ແລະຄົນຂອງພວກເຈົ້າເທົ່ານັ້ນ.’