ໂຢຊວຍ 22:28 - ພຣະຄຳພີສັກສິ28 ມັນເປັນຄວາມນຶກຄິດຂອງພວກຂ້ອຍທີ່ວ່າ ຖ້າເຫດການຢ່າງນີ້ເກີດຂຶ້ນ ລູກຫລານຂອງພວກຂ້ອຍອາດເວົ້າວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍພວກເຮົາໄດ້ສ້າງແທ່ນບູຊາຂຶ້ນ ຄ້າຍຄືກັບແທ່ນບູຊາຂອງພຣະເຈົ້າຢາເວ. ແທ່ນບູຊານີ້ບໍ່ແມ່ນເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືເປັນບ່ອນຖວາຍບູຊາໃດໆ ແຕ່ເປັນພຽງເຄື່ອງໝາຍສຳລັບຄົນຂອງພວກຂ້ອຍ ແລະຄົນຂອງພວກເຈົ້າເທົ່ານັ້ນ.’ Uka jalj uñjjattʼäta |
ແຕ່ເປັນເຄື່ອງໝາຍສຳລັບຄົນຂອງພວກຂ້ອຍແລະຄົນຂອງພວກເຈົ້າ ແລະສຳລັບເຊື້ອສາຍທີ່ຈະມາພາຍຫລັງພວກເຮົາວ່າ ພວກເຮົານະມັດສະການພຣະເຈົ້າຢາເວແທ້ໆຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ ໂດຍການເຜົາເຄື່ອງຖວາຍບູຊາ, ການຖວາຍບູຊາຕ່າງໆ ແລະການຖວາຍເພື່ອຄວາມສາມັກຄີທຳ. ການກະທຳເຊັ່ນນີ້ກໍເພື່ອປ້ອງກັນບໍ່ໃຫ້ລູກຫລານຂອງພວກເຈົ້າເວົ້າວ່າ ລູກຫລານຂອງພວກຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ.
ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.”