Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:27 - ພຣະຄຳພີສັກສິ

27 ແຕ່​ເປັນ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ​ແລະ​ຄົນ​ຂອງ​ພວກເຈົ້າ ແລະ​ສຳລັບ​ເຊື້ອສາຍ​ທີ່​ຈະ​ມາ​ພາຍຫລັງ​ພວກເຮົາ​ວ່າ ພວກເຮົາ​ນະມັດສະການ​ພຣະເຈົ້າຢາເວ​ແທ້ໆ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ ໂດຍ​ການ​ເຜົາ​ເຄື່ອງ​ຖວາຍບູຊາ, ການຖວາຍບູຊາ​ຕ່າງໆ ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ການກະທຳ​ເຊັ່ນນີ້​ກໍ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ລູກຫລານ​ຂອງ​ພວກເຈົ້າ​ເວົ້າ​ວ່າ ລູກຫລານ​ຂອງ​ພວກຂ້ອຍ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ໂຢຊວຍ 22:27
14 Jak'a apnaqawi uñst'ayäwi  

ລາບານ​ເວົ້າ​ວ່າ, “ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ພວກເຮົາ​ທັງສອງ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຄາລີເອັດ.


ເສົາ​ຫີນ​ທັງສອງ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ວ່າ ຂ້ອຍ​ຈະ​ບໍ່​ຂ້າມ​ເຂດແດນ​ໄປ​ໂຈມຕີ​ເຈົ້າ ແລະ​ເຈົ້າ​ກໍ​ຈະ​ບໍ່​ຂ້າມ​ເຂດແດນ​ມາ​ໂຈມຕີ​ຂ້ອຍ.


ພຣະເຈົ້າຢາເວ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ມີ ທຸກສິ່ງ​ທີ່​ຂ້ານ້ອຍ​ຈຳເປັນ ພຣະອົງ​ກໍ​ຈັດຫາ​ໃຫ້.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຢູ່​ໃນ​ເອຢິບ​ຈະ​ມີ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ມີ​ເສົາ​ຫີນ​ທີ່​ໄດ້​ຕັ້ງ​ຂຶ້ນ​ທີ່​ຊາຍແດນ​ຂອງ​ປະເທດ​ເພື່ອ​ອຸທິດ​ໃຫ້​ແກ່​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ດຽວ ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ ແລະ​ທີ່​ນັ້ນ​ພວກເຈົ້າ​ຕ້ອງ​ນຳ​ເອົາ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ ໄປ​ຖວາຍ​ແກ່​ພຣະອົງ​ດັ່ງນີ້: ສັດ​ສຳລັບ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ຕ່າງໆ, ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ພ້ອມ​ທັງ​ເຄື່ອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ໄດ້​ສັນຍາ ວ່າ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເມື່ອ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ໄດ້​ມາ​ຮອດ​ເມືອງ​ເກລີໂລດ ທີ່​ຍັງ​ຢູ່​ທາງຟາກ​ຕາເວັນຕົກ ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ; ພວກເຂົາ​ກໍໄດ້​ສ້າງ​ແທ່ນບູຊາ​ອັນ​ໃຫຍ່​ທີ່​ເປັນ​ໜ້າປະທັບ​ໃຈ​ໄວ້​ຢູ່​ໃກ້​ແມ່ນໍ້າ​ນັ້ນ.


ດ້ວຍເຫດນີ້ ພວກຂ້ອຍ​ຈຶ່ງ​ໄດ້​ພາກັນ​ສ້າງ​ແທ່ນບູຊາ ບໍ່ແມ່ນ​ເພື່ອ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ຖວາຍ​ເຄື່ອງ​ບູຊາ​ໃດໆ.


ມັນ​ເປັນ​ຄວາມ​ນຶກຄິດ​ຂອງ​ພວກຂ້ອຍ​ທີ່​ວ່າ ຖ້າ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ ລູກຫລານ​ຂອງ​ພວກຂ້ອຍ​ອາດ​ເວົ້າ​ວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍ​ພວກເຮົາ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ຄ້າຍ​ຄື​ກັບ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ. ແທ່ນບູຊາ​ນີ້​ບໍ່ແມ່ນ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ເປັນ​ບ່ອນ​ຖວາຍບູຊາ​ໃດໆ ແຕ່​ເປັນ​ພຽງ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ ແລະ​ຄົນ​ຂອງ​ພວກເຈົ້າ​ເທົ່ານັ້ນ.’


ປະຊາຊົນ​ຣູເບັນ​ແລະ​ກາດ​ເວົ້າ​ວ່າ, “ແທ່ນບູຊາ​ນີ້​ເປັນ​ພະຍານ​ຕໍ່​ພວກເຮົາ​ທຸກຄົນ​ວ່າ ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ແທ່ນບູຊາ​ນີ້​ວ່າ, “ພະຍານ.”


ເພິ່ນ​ໄດ້​ກ່າວ​ແກ່​ທຸກໆ​ຄົນ​ວ່າ, “ຫີນ​ກ້ອນ​ນີ້​ຈະ​ເປັນ​ພະຍານ​ໃຫ້​ພວກເຮົາ. ມັນ​ໄດ້ຍິນ​ທຸກ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຮົາ. ສະນັ້ນ ມັນ​ຈຶ່ງ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ກະບົດ​ຕໍ່​ພຣະເຈົ້າ​ຂອງ​ພວກເຈົ້າ.”


ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka