ໂຢຊວຍ 22:26 - ພຣະຄຳພີສັກສິ26 ດ້ວຍເຫດນີ້ ພວກຂ້ອຍຈຶ່ງໄດ້ພາກັນສ້າງແທ່ນບູຊາ ບໍ່ແມ່ນເພື່ອເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືຖວາຍເຄື່ອງບູຊາໃດໆ. Uka jalj uñjjattʼäta |
ແຕ່ເປັນເຄື່ອງໝາຍສຳລັບຄົນຂອງພວກຂ້ອຍແລະຄົນຂອງພວກເຈົ້າ ແລະສຳລັບເຊື້ອສາຍທີ່ຈະມາພາຍຫລັງພວກເຮົາວ່າ ພວກເຮົານະມັດສະການພຣະເຈົ້າຢາເວແທ້ໆຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ ໂດຍການເຜົາເຄື່ອງຖວາຍບູຊາ, ການຖວາຍບູຊາຕ່າງໆ ແລະການຖວາຍເພື່ອຄວາມສາມັກຄີທຳ. ການກະທຳເຊັ່ນນີ້ກໍເພື່ອປ້ອງກັນບໍ່ໃຫ້ລູກຫລານຂອງພວກເຈົ້າເວົ້າວ່າ ລູກຫລານຂອງພວກຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ.
ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.”