Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:25 - ພຣະຄຳພີສັກສິ

25 ພຣະເຈົ້າຢາເວ​ໄດ້​ກຳນົດ​ແມ່ນໍ້າ​ຈໍແດນ​ໃຫ້​ເປັນ​ເຂດແດນ​ລະຫວ່າງ​ພວກເຮົາ ແລະ​ພວກເຈົ້າ​ຜູ້​ເປັນ​ຊາວ​ຣູເບັນ, ຊາວ​ກາດ, ພວກເຈົ້າ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.’ ແຕ່​ລູກຫລານ​ຂອງ​ພວກເຈົ້າ​ອາດ​ຈະ​ເຮັດ​ໃຫ້​ພວກ​ລູກຫລານ​ຂອງ​ພວກຂ້ອຍ ເຊົາ​ນະມັດສະການ​ພຣະເຈົ້າຢາເວ​ກໍໄດ້.

Uka jalj uñjjattʼäta Copia luraña




ໂຢຊວຍ 22:25
13 Jak'a apnaqawi uñst'ayäwi  

ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຟັງຄວາມ​ຂອງ​ພວກເຂົາ; ປະຊາຊົນ​ຈຶ່ງ​ທູນ​ຕອບ​ກະສັດ​ວ່າ, “ພວກ​ຂ້ານ້ອຍ​ມີ​ສ່ວນ​ອັນ​ໃດ​ກັບ​ດາວິດ? ພວກ​ຂ້ານ້ອຍ​ທັງຫຼາຍ​ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ໄປ​ເຕັນ​ຂອງຕົນ​ເທີ້ນ ດາວິດ​ເອີຍ ຈົ່ງ​ດູແລ​ຣາຊວົງ​ຂອງທ່ານ​ເອງ​ສາ​ເຖີດ.” ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຈາກ​ໄປ​ສູ່​ເຕັນ​ຂອງ​ພວກເຂົາ.


ພຣະອົງ​ຈະ​ປະຖິ້ມ​ຊາດ​ອິດສະຣາເອນ ເພາະ​ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ບາບ ແລະ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ໃຫ້​ເຮັດ​ບາບ.”


ເຫດການ​ເປັນ​ເຊັ່ນນີ້ ເພາະ​ກະສັດ​ເຢໂຣໂບອາມ​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໂກດຮ້າຍ​ໂດຍ​ເຮັດ​ບາບ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ.


ຂ້າພະເຈົ້າ​ຕອບ​ວ່າ, “ພຣະເຈົ້າ​ແຫ່ງ​ສະຫວັນ ຈະ​ໃຫ້​ພວກເຮົາ​ດຳເນີນ​ວຽກງານ​ນີ້​ສຳເລັດ. ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ກຳລັງ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່. ແຕ່​ພວກທ່ານ​ບໍ່ມີ​ສິດ​ໃນ​ສົມບັດ​ສ່ວນ​ໃດໆ​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ແລະ​ທັງ​ບໍ່ມີ​ສ່ວນແບ່ງ​ໃດໆ​ໃນ​ເລື່ອງ​ນີ້​ດ້ວຍ.”


ພຣະເຈົ້າຢາເວ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ມີ ທຸກສິ່ງ​ທີ່​ຂ້ານ້ອຍ​ຈຳເປັນ ພຣະອົງ​ກໍ​ຈັດຫາ​ໃຫ້.


ເຈົ້າ​ບໍ່ມີ​ສ່ວນ​ໃນ​ພາລະກິດ​ຂອງ​ພວກເຮົາ ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.


ບໍ່ແມ່ນ​ດອກ ການ​ທີ່​ພວກຂ້ອຍ​ໄດ້​ສ້າງ​ແທ່ນບູຊາ​ນີ້​ຂຶ້ນ ເພາະ​ຢ້ານ​ວ່າ​ໃນ​ພາຍຂ້າງໜ້າ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖາມ ພວກ​ລູກຫລານ​ຂອງ​ພວກຂ້ອຍ​ວ່າ ‘ພວກເຈົ້າ​ມີ​ສ່ວນ​ກ່ຽວຂ້ອງ​ຫຍັງ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ?


ດ້ວຍເຫດນີ້ ພວກຂ້ອຍ​ຈຶ່ງ​ໄດ້​ພາກັນ​ສ້າງ​ແທ່ນບູຊາ ບໍ່ແມ່ນ​ເພື່ອ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ຖວາຍ​ເຄື່ອງ​ບູຊາ​ໃດໆ.


ແຕ່​ເປັນ​ເຄື່ອງໝາຍ​ສຳລັບ​ຄົນ​ຂອງ​ພວກຂ້ອຍ​ແລະ​ຄົນ​ຂອງ​ພວກເຈົ້າ ແລະ​ສຳລັບ​ເຊື້ອສາຍ​ທີ່​ຈະ​ມາ​ພາຍຫລັງ​ພວກເຮົາ​ວ່າ ພວກເຮົາ​ນະມັດສະການ​ພຣະເຈົ້າຢາເວ​ແທ້ໆ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະອົງ ໂດຍ​ການ​ເຜົາ​ເຄື່ອງ​ຖວາຍບູຊາ, ການຖວາຍບູຊາ​ຕ່າງໆ ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ການກະທຳ​ເຊັ່ນນີ້​ກໍ​ເພື່ອ​ປ້ອງກັນ​ບໍ່​ໃຫ້​ລູກຫລານ​ຂອງ​ພວກເຈົ້າ​ເວົ້າ​ວ່າ ລູກຫລານ​ຂອງ​ພວກຂ້ອຍ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka