Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:24 - ພຣະຄຳພີສັກສິ

24 ບໍ່ແມ່ນ​ດອກ ການ​ທີ່​ພວກຂ້ອຍ​ໄດ້​ສ້າງ​ແທ່ນບູຊາ​ນີ້​ຂຶ້ນ ເພາະ​ຢ້ານ​ວ່າ​ໃນ​ພາຍຂ້າງໜ້າ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖາມ ພວກ​ລູກຫລານ​ຂອງ​ພວກຂ້ອຍ​ວ່າ ‘ພວກເຈົ້າ​ມີ​ສ່ວນ​ກ່ຽວຂ້ອງ​ຫຍັງ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ?

Uka jalj uñjjattʼäta Copia luraña




ໂຢຊວຍ 22:24
7 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ໃນ​ພາຍ​ຄັ້ງ​ໜ້າ ເມື່ອ​ລູງ​ມາ​ຢ້ຽມຢາມ​ແລະ​ກວດເບິ່ງ​ສັດ​ທີ່​ເປັນ​ຄ່າຈ້າງ​ຂອງ​ຫລານ ລູງ​ກໍ​ຈະ​ເຫັນ​ຢ່າງ​ງ່າຍດາຍ​ວ່າ​ຫລານ​ສັດຊື່​ຫລື​ບໍ່. ຖ້າ​ຫລານ​ມີ​ແບ້​ທີ່​ບໍ່ມີ​ສີກ່ານ​ຫລື​ຈຸດ​ດ່າງດາວ​ຫລື​ສີດຳ ລູງ​ກໍ​ຈະ​ຮູ້​ໄດ້​ວ່າ​ສັດ​ເຫຼົ່ານັ້ນ​ຖືກ​ລັກ​ມາ.”


ຕໍ່ໄປ​ພາຍໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ການ​ເຮັດ​ແບບນີ້​ໝາຍຄວາມວ່າ​ຢ່າງ​ໃດ?’ ກໍ​ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ວ່າ, ‘ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


ໃນ​ພາຍ​ໜ້າ ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖາມ​ວ່າ, ‘ດ້ວຍເຫດໃດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ສັ່ງ​ໃຫ້​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານີ້?’


ຖ້າ​ພວກຂ້ອຍ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ​ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ເປັນ​ຂອງ​ສ່ວນຕົວ ເພື່ອ​ເຜົາ​ເຄື່ອງ​ຖວາຍບູຊາ ຫລື​ເພື່ອ​ຖວາຍບູຊາ​ພືດຜົນ​ເປັນເມັດ ຫລື​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ຖ້າ​ພວກຂ້ອຍ​ໄດ້​ເຮັດ​ເຊັ່ນນັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ເປັນ​ຜູ້​ລົງໂທດ​ພວກຂ້ອຍ.


ພຣະເຈົ້າຢາເວ​ໄດ້​ກຳນົດ​ແມ່ນໍ້າ​ຈໍແດນ​ໃຫ້​ເປັນ​ເຂດແດນ​ລະຫວ່າງ​ພວກເຮົາ ແລະ​ພວກເຈົ້າ​ຜູ້​ເປັນ​ຊາວ​ຣູເບັນ, ຊາວ​ກາດ, ພວກເຈົ້າ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ພຣະເຈົ້າຢາເວ.’ ແຕ່​ລູກຫລານ​ຂອງ​ພວກເຈົ້າ​ອາດ​ຈະ​ເຮັດ​ໃຫ້​ພວກ​ລູກຫລານ​ຂອງ​ພວກຂ້ອຍ ເຊົາ​ນະມັດສະການ​ພຣະເຈົ້າຢາເວ​ກໍໄດ້.


ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ໝາຍສຳຄັນ​ໃຫ້​ປະຊາຊົນ​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ໃນ​ພາຍ​ຄັ້ງໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ກ້ອນຫີນ​ເຫຼົ່ານີ້​ມີ​ຄວາມໝາຍ​ຢ່າງ​ໃດ​ຕໍ່​ພວກເຈົ້າ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka