Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:21 - ພຣະຄຳພີສັກສິ

21 ແລ້ວ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ, ກໍໄດ້​ຕອບ​ບັນດາ​ຫົວໜ້າ​ຄອບຄົວ​ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນຕົກ​ວ່າ

Uka jalj uñjjattʼäta Copia luraña




ໂຢຊວຍ 22:21
11 Jak'a apnaqawi uñst'ayäwi  

ຄຳຕອບ​ອັນ​ອ່ອນຫວານ​ລະງັບ​ຄວາມໂກດ​ໄວ້, ແຕ່​ຄຳເວົ້າ​ຫຍາບຊ້າ​ຍົວະ​ໃຫ້​ໂມໂຫ.


ມະນຸດ​ເປັນ​ຜູ້​ວາງແຜນ, ແຕ່​ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.


ຟັງ​ກ່ອນ​ຈຶ່ງ​ຕອບ ການ​ຕອບ​ກ່ອນ​ໂດຍ​ບໍ່​ຟັງ​ເປັນ​ຄວາມ​ໂງ່ງ່າວ​ແລະ​ຄວາມ​ອັບອາຍ.


ຄຳຕອບ​ທີ່​ສັດຊື່ ເປັນ​ເຄື່ອງໝາຍ​ແຫ່ງ​ການ​ເປັນ​ເພື່ອນແທ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


ຫລັງຈາກ​ນັ້ນ ເປໂຕ​ຈຶ່ງ​ອະທິບາຍ​ຢ່າງ​ລະອຽດ​ຕາມ​ລຳດັບ​ເຫດການ ທີ່​ໄດ້​ເກີດຂຶ້ນ​ໃຫ້​ພວກເຂົາ​ຟັງ​ວ່າ,


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້ ຄື​ໃຫ້​ທຸກຄົນ​ວ່ອງໄວ​ໃນ​ການ​ຟັງ, ຊ້າ​ໃນ​ການ​ເວົ້າ, ຊ້າ​ໃນ​ການ​ຄຽດຮ້າຍ,


ພວກເຈົ້າ​ຈື່​ຫລື​ບໍ່​ວ່າ ເມື່ອ​ອາການ​ລູກຊາຍ​ຂອງ​ເຊຣາ​ບໍ່​ຍອມ​ເຮັດ​ຕາມ​ພຣະຄຳສັ່ງ​ກ່ຽວກັບ​ສິ່ງ​ທີ່​ຕ້ອງ​ທຳລາຍ​ນັ້ນ; ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຖືກ​ລົງໂທດ ແລະ​ບໍ່ແມ່ນແຕ່​ອາການ​ຜູ້​ດຽວ​ເທົ່ານັ້ນ​ທີ່​ໄດ້​ຕາຍ​ຍ້ອນ​ບາບ​ຂອງ​ລາວ.”


“ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ! ພຣະອົງ​ຮູ້​ວ່າ​ເຫດ​ໃດ​ພວກຂ້ອຍ​ຈຶ່ງ​ໄດ້​ກະທຳ​ເຊັ່ນນີ້ ແລະ​ພວກຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ໄດ້​ຮູ້​ເຊັ່ນດຽວ​ກັນ. ຖ້າ​ພວກຂ້ອຍ​ໄດ້​ກະບົດ ແລະ​ບໍ່ໄດ້​ສືບຕໍ່​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ຢ່າ​ໃຫ້​ພວກຂ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka