Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:20 - ພຣະຄຳພີສັກສິ

20 ພວກເຈົ້າ​ຈື່​ຫລື​ບໍ່​ວ່າ ເມື່ອ​ອາການ​ລູກຊາຍ​ຂອງ​ເຊຣາ​ບໍ່​ຍອມ​ເຮັດ​ຕາມ​ພຣະຄຳສັ່ງ​ກ່ຽວກັບ​ສິ່ງ​ທີ່​ຕ້ອງ​ທຳລາຍ​ນັ້ນ; ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຖືກ​ລົງໂທດ ແລະ​ບໍ່ແມ່ນແຕ່​ອາການ​ຜູ້​ດຽວ​ເທົ່ານັ້ນ​ທີ່​ໄດ້​ຕາຍ​ຍ້ອນ​ບາບ​ຂອງ​ລາວ.”

Uka jalj uñjjattʼäta Copia luraña




ໂຢຊວຍ 22:20
11 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຂົາ​ໄດ້​ປະຖິ້ມ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ໄດ້​ເລີ່ມຕົ້ນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຮູບ​ເຈົ້າແມ່​ອາເຊຣາ. ຄວາມ​ສຳນຶກ​ຜິດ​ໃນ​ການບາບ​ຂອງ​ພວກເຂົາ​ໃນ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ.


ແມ່ນ​ຄົນອື່ນ​ທີ່​ທົນທຸກ​ຈາກ​ການບາບ​ທີ່​ເຈົ້າ​ໄດ້​ກະທຳ ຄຸນງາມ​ຄວາມດີ​ທີ່​ເຈົ້າ​ກະທຳ​ມາ ກໍ​ຄື​ຊ່ວຍ​ພວກເຂົາ​ເທົ່ານັ້ນ.


ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.


ເຫດການ​ທັງໝົດ​ເຫຼົ່ານີ້ ເປັນ​ຕົວຢ່າງ​ສຳລັບ​ພວກເຮົາ ເພື່ອ​ເຕືອນ​ພວກເຮົາ​ບໍ່​ໃຫ້​ມີ​ໃຈ​ປາຖະໜາ​ຊົ່ວ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ.


ແລ້ວ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ, ກໍໄດ້​ຕອບ​ບັນດາ​ຫົວໜ້າ​ຄອບຄົວ​ເຜົ່າ​ຕ່າງໆ​ທາງ​ທິດ​ຕາເວັນຕົກ​ວ່າ


ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.


ເພິ່ນ​ໄດ້​ເອົາ​ຄອບຄົວ​ຊັບດີ​ໄປ​ຂ້າງໜ້າ​ແຕ່ລະຄົນ; ແລະ​ອາການ​ລູກຊາຍ​ຂອງ​ການໝີ, ຫລານຊາຍ​ຂອງ​ຊັບດີ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ກໍ​ຖືກ​ເລືອກ.


ໂຢຊວຍ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ ຈຶ່ງ​ໄດ້​ຈັບ​ອາການ​ຕະກຸນ​ເຊຣາ​ພ້ອມ​ທັງ​ຢຶດເອົາ​ເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດ​ທັງ​ລູກ​ຊາຍ​ຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະ​ສິ່ງ​ອື່ນໆ​ອີກ​ທຸກຢ່າງ​ທີ່​ລາວ​ມີ ແລະ​ພວກເຂົາ​ໄດ້​ນຳ​ໄປ​ທີ່​ຮ່ອມພູ​ອາໂຄ.


ຊາວ​ເມືອງ​ອາອີ​ໄດ້​ຂັບໄລ່​ຊາວ​ອິດສະຣາເອນ​ຈາກ​ປະຕູ​ເມືອງ ໃຫ້​ຖອຍໜີ​ໄປ​ຈົນເຖິງ​ເຊບາຣິມ ແລະ​ຂ້າ​ພວກເຂົາ​ຕາມ​ເນີນພູ ປະມານ 36 ຄົນ. ເມື່ອ​ເຫັນ​ເປັນ​ເຊັ່ນນີ້ ພວກ​ອິດສະຣາເອນ​ຈຶ່ງ​ເສຍຂວັນ​ແລະ​ຢ້ານກົວ.


ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ໃຫ້​ເປັນ​ເຖົ່າ ໂດຍ​ທຳລາຍ​ໃຫ້​ຈິບຫາຍ​ດ້ວຍ​ໄຟ ເພື່ອ​ເປັນ​ຕົວຢ່າງ​ແກ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ໃນ​ຂັ້ນ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka