Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:19 - ພຣະຄຳພີສັກສິ

19 ຖ້າ​ດິນແດນ​ຂອງ​ພວກເຈົ້າ​ບໍ່​ເໝາະ​ທີ່​ຈະ​ນະມັດສະການ ຈົ່ງ​ພາກັນ​ມາ​ດິນແດນ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ມີ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ນັ້ນ. ຈົ່ງ​ຮຽກຮ້ອງ​ເອົາ​ດິນແດນ​ໃນ​ທ່າມກາງ​ພວກເຮົາ​ໄດ້. ແຕ່​ຢ່າ​ກະບົດ​ຕໍ່​ພຣະເຈົ້າຢາເວ ຫລື​ຕໍ່​ພວກເຮົາ ໂດຍ​ສ້າງ​ແທ່ນບູຊາ​ຂຶ້ນ​ຕື່ມ​ໃສ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 22:19
12 Jak'a apnaqawi uñst'ayäwi  

ພວກ​ປະໂຣຫິດ​ກັບ​ຊາວ​ເລວີ​ຈາກ​ທົ່ວ​ທຸກ​ເຂດແດນ​ຂອງ​ອິດສະຣາເອນ ໄດ້​ມາ​ທີ່​ພາກໃຕ້​ຂອງ​ຢູດາຍ.


ພຣະອົງ​ນຳ​ພວກເຂົາ ເຂົ້າ​ມາ​ໃກ້ ແລະ​ຕັ້ງ​ໄວ້​ທີ່​ພູເຂົາ​ສັກສິດ; ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ສັນ​ເປັນ​ບ່ອນ​ສະຖິດ​ຢູ່. ຄື​ໃນ​ພຣະວິຫານ​ທີ່​ພຣະອົງ​ໄດ້​ສ້າງ​ເອງ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ກະສັດ​ປົກຄອງ​ສືບໆໄປ​ເປັນນິດ.”


ເທວະດາ​ຕົນ​ທີ່​ພິທັກ​ຮັກສາ​ອານາຈັກ​ເປີເຊຍ ໄດ້​ຂັດຂວາງ​ເຮົາ​ໄວ້​ເປັນ​ເວລາ​ຊາວເອັດ​ວັນ. ແລ້ວ​ມີຄາເອນ ເທວະດາ​ຊັ້ນ​ຫົວໜ້າ​ຕົນ​ໜຶ່ງ​ໄດ້​ມາ​ຊ່ວຍ​ເຮົາ ເພາະ​ເຮົາ​ຖືກ​ຢັບຢັ້ງ​ໄວ້​ຢູ່​ໃນ​ອານາຈັກ​ເປີເຊຍ.


ເພາະສະນັ້ນ ອາມາຊີຢາ​ເອີຍ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເມຍ​ຂອງເຈົ້າ​ຈະ​ກາຍເປັນ​ໂສເພນີ​ຢູ່​ໃນ​ເມືອງ​ນີ້ ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ໃນ​ສົງຄາມ. ດິນແດນ​ຂອງເຈົ້າ​ຈະ​ຖືກ​ແບ່ງ​ໃຫ້​ຄົນອື່ນ ແລ້ວ​ເຈົ້າເອງ​ກໍ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ສ່ວນ​ປະຊາຊົນ​ອິດສະຣາເອນ​ນັ້ນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”’


ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.


ແລ້ວ​ກໍໄດ້​ມີ​ຄົນ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ຟັງ​ທາງ​ພີ້​ກ່ອນ ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ເມືອງ​ເກລີໂລດ ທາງ​ຝັ່ງ​ແມ່ນໍ້າ​ຈໍແດນ​ເບື້ອງ​ຂອງ​ພວກເຮົາ​ພີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka