Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 22:18 - ພຣະຄຳພີສັກສິ

18 ບັດນີ້ ພວກເຈົ້າ​ຈະ​ເຊົາ​ຕິດຕາມ​ພຣະອົງ​ແລ້ວ​ຊັ້ນບໍ? ຖ້າ​ພວກເຈົ້າ​ທໍລະຍົດ​ຕໍ່​ພຣະເຈົ້າຢາເວ​ໃນວັນນີ້ ພຣະອົງ​ກໍ​ຈະ​ໂກດຮ້າຍ​ພວກ​ອິດສະຣາເອນ​ທຸກຄົນ​ໃນ​ມື້ອື່ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 22:18
20 Jak'a apnaqawi uñst'ayäwi  

ຢູ່ມາ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຊາດ​ອິດສະຣາເອນ ຈຶ່ງ​ໃຫ້​ກະສັດ​ດາວິດ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກເຂົາ. ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ຕໍ່​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ນັບ​ເບິ່ງ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ.”


ຖ້າ​ເຈົ້າ​ຫລື​ເຊື້ອສາຍ​ຂອງ​ເຈົ້າ​ເຊົາ​ຕິດຕາມ​ເຮົາ ແລະ​ບໍ່​ເຊື່ອຟັງ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ໄດ້​ໃຫ້​ແກ່​ພວກເຈົ້າ, ແຕ່​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ;


ຫລັງຈາກ​ທີ່​ພຣະອົງ​ໄດ້​ແຍກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ອານາຈັກ​ຢູດາຍ​ແລ້ວ; ພວກ​ອິດສະຣາເອນ​ກໍ​ແຕ່ງຕັ້ງ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ​ໃຫ້​ເປັນ​ກະສັດ. ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ໃຫ້​ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ແລະ​ນຳພາ​ພວກເຂົາ​ຕົກ​ໃນ​ບາບ​ອັນ​ຮ້າຍແຮງ.


ມານຊາຕານ​ຢາກ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ​ອິດສະຣາເອນ. ດັ່ງນັ້ນ ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ກະສັດ​ດາວິດ​ຕັດສິນໃຈ​ນັບ​ຈຳນວນ​ປະຊາຊົນ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ພະຍາດ​ລະບາດ​ມາ​ສູ່​ປະເທດ​ອິດສະຣາເອນ ແລະ​ເຈັດສິບພັນ​ຄົນ​ໄດ້​ຕາຍໄປ.


ຕັ້ງແຕ່​ສະໄໝ​ທີ່​ເພິ່ນ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ການ​ວາງ​ອຸບາຍ​ໂຄ່ນລົ້ມ​ເພິ່ນ​ທີ່​ນະຄອນ​ເຢຣູຊາເລັມ​ກໍ​ເກີດ​ມີ​ຂຶ້ນ. ໃນທີ່ສຸດ ເພິ່ນ​ໄດ້​ປົບໜີ​ໄປ​ເມືອງ​ລາກິດ, ແຕ່​ສັດຕູ​ຂອງ​ເພິ່ນ​ໄດ້​ຕາມ​ໄປ​ທີ່​ນັ້ນ ແລະ​ສັງຫານ​ເພິ່ນ​ເສຍ.


ກະສັດ​ໂຢສີຢາ​ໄດ້​ທຳລາຍ​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ທັງໝົດ ຊຶ່ງ​ມີ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ. ເພິ່ນ​ກໍ​ຮຽກຮ້ອງ​ປະຊາຊົນ​ໃນ​ອິດສະຣາເອນ​ໃຫ້​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ຕະຫລອດ​ຣາຊການ​ຂອງ​ເພິ່ນ ພວກເຂົາ​ບໍ່ໄດ້​ຫັນໜີ​ຈາກ​ການ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກເຂົາ.


ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.


ແຕ່​ໂມເຊ​ແລະ​ອາໂຣນ​ຂາບລົງ​ດິນ ທູນ​ວ່າ, “ໂອ ຂ້າແດ່​ພຣະເຈົ້າ ອົງ​ເປັນ​ພຣະເຈົ້າ​ແຫ່ງ​ຈິດວິນຍານ​ທັງໝົດ​ຂອງ​ມະນຸດ. ເມື່ອ​ຄົນ​ຜູ້​ດຽວ​ເຮັດ​ບາບ ພຣະອົງ​ຈະ​ໂກດຮ້າຍ​ຊຸມຊົນ​ທັງໝົດ​ຫລື?”


ຖ້າ​ຄົນ​ຢູ່​ໃນ​ເຜົ່າ​ຣູເບັນ​ແລະ​ກາດ​ຫາກ​ບໍ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ. ພຣະອົງ​ຈະ​ປະຖິ້ມ​ຄົນ​ເຫຼົ່ານີ້​ທັງໝົດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອີກເທື່ອໜຶ່ງ ແລະ​ພວກເຈົ້າ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ຈິບຫາຍ​ຂອງ​ຊາດ​ອິດສະຣາເອນ.”


ເພາະ​ພວກເຂົາ​ຈະ​ພາ​ລູກຫລານ​ຂອງ​ພວກເຈົ້າ​ຫັນໜີ​ຈາກ​ພຣະອົງ ແລະ​ໄປ​ຂາບໄຫວ້​ພະອື່ນ. ຖ້າ​ເລື່ອງ​ເຊັ່ນນັ້ນ​ເກີດຂຶ້ນ ພຣະເຈົ້າຢາເວ​ຈະ​ໂກດຮ້າຍ​ພວກເຈົ້າ ແລະ​ທຳລາຍ​ພວກເຈົ້າ​ໃນ​ທັນທີ.


ພວກເຂົາ​ພາກັນ​ໄປ​ຫາ​ປະຊາຊົນ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ທີ່​ດິນແດນ​ກີເລອາດ,


ແລ້ວ​ເວົ້າ​ຕໍ່​ພວກເຂົາ​ໃນ​ນາມ​ຊຸມນຸມຊົນ​ທັງໝົດ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ຊົ່ວຮ້າຍ​ຢ່າງ​ນີ້​ຕໍ່ສູ້​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ວັນນີ້​ໄດ້​ຫັນໜີ​ຈາກ​ພຣະເຈົ້າຢາເວ ໂດຍ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ຕົນເອງ​ຂື້ນ ຊຶ່ງ​ເປັນ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພວກເຈົ້າ​ບໍ່ໄດ້​ຕິດຕາມ​ພຣະອົງ​ຕໍ່ໄປ​ແລ້ວ?


ພວກເຈົ້າ​ຈື່​ຫລື​ບໍ່​ວ່າ ເມື່ອ​ອາການ​ລູກຊາຍ​ຂອງ​ເຊຣາ​ບໍ່​ຍອມ​ເຮັດ​ຕາມ​ພຣະຄຳສັ່ງ​ກ່ຽວກັບ​ສິ່ງ​ທີ່​ຕ້ອງ​ທຳລາຍ​ນັ້ນ; ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຖືກ​ລົງໂທດ ແລະ​ບໍ່ແມ່ນແຕ່​ອາການ​ຜູ້​ດຽວ​ເທົ່ານັ້ນ​ທີ່​ໄດ້​ຕາຍ​ຍ້ອນ​ບາບ​ຂອງ​ລາວ.”


ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.


ຊາດ​ອິດສະຣາເອນ​ໄດ້​ເຮັດ​ບາບ ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຖື​ຮັກສາ. ພວກເຂົາ​ໄດ້​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ຕ້ອງ​ຖືກ​ທຳລາຍ​ນັ້ນ. ພວກເຂົາ​ໄດ້​ລັກ​ເອົາ​ມາ​ແລະ​ອຳ​ໄວ້ ແລ້ວ​ເອົາ​ສິ່ງ​ເຫຼົ່ານີ້​ລວມ​ເຂົ້າ​ກັບ​ສິ່ງຂອງ​ຂອງ​ຕົນເອງ.


ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”


ຖ້າ​ພວກເຈົ້າ​ຢຳເກງ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ, ເຊື່ອຟັງ​ພຣະອົງ ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຈົ້າ​ກັບ​ກະສັດ​ຂອງ​ພວກເຈົ້າ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄປ ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.


ຊາມູເອນ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ກໍຕາມ ແຕ່​ຢ່າ​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ; ແຕ່​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka