12 ເມື່ອປະຊາຊົນອິດສະຣາເອນໄດ້ຍິນເລື່ອງນີ້ແລ້ວ ຊຸມນຸມປະຊາຊົນທັງໝົດຈຶ່ງໄດ້ພາກັນໄປທີ່ເມືອງຊີໂລ ເພື່ອເຮັດເສິກກັບບັນດາເຜົ່າທາງທິດຕາເວັນອອກ.
ເຮົາເປັນພະຍານໄດ້ວ່າ ພວກເຂົາມີໃຈຮ້ອນຮົນປະຕິບັດພຣະເຈົ້າ, ແຕ່ບໍ່ໄດ້ເປັນໄປຕາມຄວາມຮູ້ ແລະສະຕິປັນຍາ.
ໃຫ້ຂ້າຊາວເມືອງໝົດທຸກຄົນຖິ້ມ ຕະຫລອດທັງຝູງສັດຂອງພວກເຂົາດ້ວຍ ຄືທຳລາຍເມືອງໃຫ້ກ້ຽງ.
ຫລັງຈາກທີ່ພວກອິດສະຣາເອນຢຶດຄອງດິນແດນໄດ້ແລ້ວ ພວກເຂົາໄດ້ມາເຕົ້າໂຮມກັນທີ່ເມືອງຊີໂລ ແລະຕັ້ງຫໍເຕັນບ່ອນຊຸມນຸມໃນທີ່ນັ້ນ.
ແລ້ວປະຊາຊົນອິດສະຣາເອນກໍໄດ້ສົ່ງຟີເນຮາລູກຊາຍຂອງປະໂຣຫິດເອເລອາຊາ ໄປຫາປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກຢູ່ໃນດິນແດນກີເລອາດ.
ພວກເຂົາພາກັນໄປຫາປະຊາຊົນຣູເບັນ, ກາດ ແລະມານາເຊຕາເວັນອອກທີ່ດິນແດນກີເລອາດ,
ແລ້ວຟີເນຮາແລະພວກຜູ້ນຳເຫຼົ່ານັ້ນກໍໄດ້ອຳລາຈາກພວກຣູເບັນ, ພວກກາດ, ໃນດິນແດນກີເລອາດກັບເມືອລາຍງານຕໍ່ປະຊາຊົນອິດສະຣາເອນທີ່ການາອານ.