ໂຢຊວຍ 22:11 - ພຣະຄຳພີສັກສິ11 ແລ້ວກໍໄດ້ມີຄົນໄປບອກປະຊາຊົນອິດສະຣາເອນວ່າ, “ຟັງທາງພີ້ກ່ອນ ປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ໄດ້ສ້າງແທ່ນບູຊາຂຶ້ນທີ່ເມືອງເກລີໂລດ ທາງຝັ່ງແມ່ນໍ້າຈໍແດນເບື້ອງຂອງພວກເຮົາພີ້.” Uka jalj uñjjattʼäta |
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາແຫ່ງດຽວ ໃຫ້ເປັນບ່ອນນະມັດສະການພຣະອົງ ແລະທີ່ນັ້ນພວກເຈົ້າຕ້ອງນຳເອົາທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງ ໄປຖວາຍແກ່ພຣະອົງດັ່ງນີ້: ສັດສຳລັບເຜົາບູຊາແລະເຄື່ອງບູຊາຕ່າງໆ, ເຄື່ອງຖວາຍໜຶ່ງສ່ວນສິບກັບເຄື່ອງຖວາຍອື່ນໆ, ພ້ອມທັງເຄື່ອງຖວາຍພິເສດທີ່ພວກເຈົ້າໄດ້ສັນຍາ ວ່າຈະຖວາຍແກ່ພຣະເຈົ້າຢາເວ.
ແລ້ວເວົ້າຕໍ່ພວກເຂົາໃນນາມຊຸມນຸມຊົນທັງໝົດຂອງພຣະເຈົ້າຢາເວ. ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດຊົ່ວຮ້າຍຢ່າງນີ້ຕໍ່ສູ້ພຣະເຈົ້າຂອງຊາດອິດສະຣາເອນ ໃນວັນນີ້ໄດ້ຫັນໜີຈາກພຣະເຈົ້າຢາເວ ໂດຍໄດ້ສ້າງແທ່ນບູຊາສຳລັບຕົນເອງຂື້ນ ຊຶ່ງເປັນການກະບົດຕໍ່ສູ້ພຣະເຈົ້າຢາເວ ພວກເຈົ້າບໍ່ໄດ້ຕິດຕາມພຣະອົງຕໍ່ໄປແລ້ວ?
ຖ້າດິນແດນຂອງພວກເຈົ້າບໍ່ເໝາະທີ່ຈະນະມັດສະການ ຈົ່ງພາກັນມາດິນແດນທີ່ເປັນຂອງພຣະເຈົ້າຢາເວ ບ່ອນທີ່ມີຫໍເຕັນສັກສິດຂອງພຣະເຈົ້າຢາເວຕັ້ງຢູ່ນັ້ນ. ຈົ່ງຮຽກຮ້ອງເອົາດິນແດນໃນທ່າມກາງພວກເຮົາໄດ້. ແຕ່ຢ່າກະບົດຕໍ່ພຣະເຈົ້າຢາເວ ຫລືຕໍ່ພວກເຮົາ ໂດຍສ້າງແທ່ນບູຊາຂຶ້ນຕື່ມໃສ່ແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.