ໂຢຊວຍ 22:1 - ພຣະຄຳພີສັກສິ1 ແລ້ວໂຢຊວຍກໍໄດ້ເອີ້ນປະຊາຊົນໃນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ໃຫ້ມາເຕົ້າໂຮມກັນ. Uka jalj uñjjattʼäta |
ຈົນກວ່າຈະຕີເອົາໄດ້ດິນແດນທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ. ເມື່ອພຣະອົງໃຫ້ທຸກໆເຜົ່າຂອງຊາດອິດສະຣາເອນຢູ່ຢ່າງປອດໄພແລ້ວ ພວກເຈົ້າຈຶ່ງຈະກັບຄືນມາຕັ້ງຖິ່ນຖານ ທີ່ດິນແດນຂອງພວກເຈົ້າທາງພາກທິດຕາເວັນອອກພີ້ໄດ້ ບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.”