8 ປະຊາຊົນອິດສະຣາເອນໄດ້ມອບເມືອງຕ່າງໆພ້ອມທັງທົ່ງຫຍ້າໃຫ້ແກ່ພວກເລວີ ໂດຍການໃຊ້ສະຫລາກ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ.
ສ່ວນຊີເມໂອນແລະເລວີນັ້ນ ເປັນພີ່ນ້ອງດຽວກັນ; ເມົາແຕ່ໃຊ້ອາວຸດຍຸດທະພັນຮ່ວມກັນເຂັ່ນຂ້າ.
ຂ້ອຍຂໍສາບແຊ່ງໄວ້ ຄວາມໂຫດຫ້ຽມຂອງພວກເຂົາ. ຍ້ອນເມົາມົວໂມໂຫຈຶ່ງລືມຕົວເຮັດຊົ່ວໄວ້. ຂ້ອຍຈະໃຫ້ພວກເຂົາແຕກກະຈັດກະຈາຍໄປທົ່ວອິດສະຣາເອນ; ຂ້ອຍຈະໃຫ້ພວກເຂົາແຕກກັນໃນພວກເຂົາເຈົ້າ.
ມະນຸດໃຊ້ສະຫລາກຢາກຮູ້ພຣະປະສົງ, ແຕ່ແມ່ນພຣະເຈົ້າຢາເວເອງທີ່ເປັນຜູ້ໃຫ້ຄຳຊີ້ຂາດ.
ຖ້າວ່າສອງຄົນມີອຳນາດໂຕ້ຖຽງກັນໃນສານ ຈົ່ງລະງັບເຫດການໂດຍການໃຊ້ສະຫລາກ.
ພວກເຂົາຈຶ່ງມາຫາໂມເຊ ປະໂຣຫິດເອເລອາຊາ ແລະບັນດາຜູ້ນຳຄົນອື່ນໆຂອງຊຸມຊົນອິດສະຣາເອນ ແລະກ່າວວ່າ,
ຈົ່ງແບ່ງປັນດິນແດນໃຫ້ເຜົ່າ ແລະຕະກຸນຕ່າງໆໂດຍວິທີໃຊ້ສະຫລາກຄື: ຕະກຸນທີ່ມີຫລາຍຄົນໃຫ້ມີດິນແດນຫລາຍ ແລະຕະກຸນທີ່ມີໜ້ອຍຄົນໃຫ້ມີດິນແດນໜ້ອຍ ທຸກຄົນຈະໄດ້ຮັບດິນແດນເປັນກຳມະສິດ ຕາມທີ່ສະຫລາກໄດ້ຕົກຖືກຕົນ ການແບ່ງປັນນີ້ໄດ້ເຮັດຕາມຕະກຸນປູ່ຍ່າຕາຍາຍຂອງແຕ່ລະເຜົ່າ.
ເມືອງເຫຼົ່ານີ້ ຈະເປັນຂອງພວກເລວີ ເພື່ອພວກເຂົາຈະໄດ້ອາໄສຢູ່ໃນທີ່ນັ້ນ. ທົ່ງຫຍ້າຈະໃຊ້ລ້ຽງຝູງງົວກັບຝູງສັດອື່ນໆຂອງພວກເຂົາ.
ໃຫ້ພວກເຈົ້າແຕ້ມແຜນທີ່ຂອງດິນແດນເຈັດສ່ວນເຫຼົ່ານີ້ ແລະນຳມາໃຫ້ຂ້າພະເຈົ້າ. ແລ້ວຂ້າພະເຈົ້າກໍຈະໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າ.
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ມອບເມືອງບາງແຫ່ງ ພ້ອມທັງທົ່ງຫຍ້າຈາກເຂດແດນໃນສ່ວນຕ່າງໆຂອງພວກເຂົາໃຫ້ແກ່ພວກເລວີ ຕາມຄຳສັ່ງຂອງພຣະເຈົ້າຢາເວ.
ສ່ວນບັນດາຄອບຄົວໃນຕະກຸນເມຣາຣີນັ້ນໄດ້ຮັບ 12 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຣູເບັນ, ກາດ ແລະເຊບູໂລນ.
ຕໍ່ໄປນີ້ແມ່ນຊື່ບັນດາເມືອງຈາກເຂດແດນສ່ວນຕ່າງໆຂອງຢູດາແລະຊີເມໂອນ ທີ່ໄດ້ຖືກມອບໝາຍໃຫ້