5 ສ່ວນຕະກຸນໂກຮາດທີ່ເຫຼືອຢູ່ນັ້ນໄດ້ຮັບ 10 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງເອຟຣາອິມ, ດານ ແລະມານາເຊຕາເວັນຕົກ.
ເລວີແລະລູກຊາຍຂອງຕົນ: ເກໂຊນ, ໂກຮາດ ແລະເມຣາຣີ.
ລູກຊາຍຂອງອາບີຊູອາແມ່ນບຸກກີ, ລູກຊາຍຂອງບຸກກີແມ່ນອຸດຊີ, ລູກຊາຍຂອງອຸດຊີແມ່ນເຊຣາຮີຢາ,
ສິບເມືອງໃນເຂດແດນຂອງມານາເຊເຄິ່ງເຜົ່າຕາເວັນຕົກ ໄດ້ຖືກມອບໝາຍໃຫ້ແກ່ຕະກຸນຂອງໂກຮາດໂດຍການໃຊ້ສະຫລາກ ສຳລັບແຕ່ລະຄອບຄົວທີ່ຍັງເຫລືອຢູ່.
ຕະກຸນໂກຮາດມີຄອບຄົວຂອງອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
ການໃຊ້ສະຫລາກຄັ້ງທຳອິດໄດ້ຕົກຖືກຄອບຄົວຕ່າງໆໃນຕະກຸນໂກຮາດ. ສ່ວນຄອບຄົວທີ່ມາແຕ່ເຊື້ອສາຍຂອງປະໂຣຫິດອາໂຣນນັ້ນໄດ້ຮັບ 13 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຢູດາ, ຊີເມໂອນ ແລະເບັນຢາມິນ.
ຕະກຸນເກໂຊນໄດ້ຮັບ 13 ຕົວເມືອງ ຈາກເຂດແດນຂອງເຜົ່າອິດຊາຄາ, ອາເຊ, ເນັບທາລີ ແລະມານາເຊຕາເວັນອອກ.