Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 21:45 - ພຣະຄຳພີສັກສິ

45 ພຣະເຈົ້າຢາເວ​ໄດ້​ຮັກສາ​ຄຳສັນຍາ​ທຸກໆ​ຂໍ້ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ. ທຸກໆ​ຢ່າງ​ກໍໄດ້​ເກີດຂື້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 21:45
13 Jak'a apnaqawi uñst'ayäwi  

ເພິ່ນ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ຄື​ພຣະອົງ​ໄດ້​ບອກ​ເພິ່ນ​ວ່າ,


ບັດນີ້ ພຣະເຈົ້າຢາເວ​ກໍໄດ້​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ແລ້ວ ຄື​ຂ້າພະເຈົ້າ​ໄດ້​ຂຶ້ນ​ເປັນ​ກະສັດ​ສືບແທນ​ພໍ່​ຂອງ​ຂ້າພະເຈົ້າ ແລະ​ໄດ້​ເປັນ​ຜູ້​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ພຣະອົງ​ໄດ້​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ໄວ້​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້ານ້ອຍ; ວັນນີ້ ພຣະອົງ​ໄດ້​ປະຕິບັດ​ຕາມ​ຄຳສັນຍາ​ນັ້ນ​ທຸກ​ຖ້ອຍຄຳ.


“ສັນລະເສີນ​ພຣະເຈົ້າຢາເວ ທີ່​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ທັງໝົດ ທີ່​ມີ​ໄວ້​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ພຣະອົງ​ຮູ້​ວ່າ​ເພິ່ນ​ສັດຊື່​ຕໍ່​ພຣະອົງ ແລະ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເພິ່ນ. ຄື​ຈະ​ມອບ​ດິນແດນ​ຂອງ​ຊາວ​ການາອານ ຂອງ​ຊາວ​ຮິດຕີ​ແລະ​ຊາວ​ອາໂມ​ດ້ວຍ ຂອງ​ຊາວ​ເປຣີຊີ​ພ້ອມ​ຊາວ​ເຢບຸດ​ແດ່ ແລະ​ຂອງ​ເກີດກາຊີ​ໃຫ້​ເປັນ​ຂອງ​ພວກເພິ່ນ; ຄື​ດິນແດນ​ທີ່​ເຊື້ອສາຍ​ຂອງ​ເພິ່ນ​ຢູ່​ອາໄສ ພຣະອົງ​ຮັກສາ​ຄຳສັນຍາ​ເພາະ​ຊົງ​ສັດຊື່.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ພຣະເຈົ້າ​ສັດຊື່ ພຣະອົງ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ສຳພັນ​ສະໜິດ​ກັບ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ.


ພຣະອົງ​ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ນັ້ນ​ກໍ​ທ່ຽງທຳ ພຣະອົງ​ນັ້ນ​ແຫຼະ ຈະ​ຊົງ​ດຳເນີນ​ງານ.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ,


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka