ໂຢຊວຍ 21:44 - ພຣະຄຳພີສັກສິ44 ພຣະເຈົ້າຢາເວໄດ້ໃຫ້ພວກເຂົາມີສັນຕິສຸກທົ່ວດິນແດນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ບໍ່ມີສັດຕູໃດໆທີ່ສາມາດຕໍ່ຕ້ານພວກເຂົາໄດ້ ເພາະພຣະເຈົ້າຢາເວໄດ້ມອບພວກສັດຕູທັງໝົດໃຫ້ຢູ່ໃນກຳມືຂອງພວກເຂົາ. Uka jalj uñjjattʼäta |
ຈົນກວ່າຈະຕີເອົາໄດ້ດິນແດນທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ. ເມື່ອພຣະອົງໃຫ້ທຸກໆເຜົ່າຂອງຊາດອິດສະຣາເອນຢູ່ຢ່າງປອດໄພແລ້ວ ພວກເຈົ້າຈຶ່ງຈະກັບຄືນມາຕັ້ງຖິ່ນຖານ ທີ່ດິນແດນຂອງພວກເຈົ້າທາງພາກທິດຕາເວັນອອກພີ້ໄດ້ ບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ.”
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ.