4 ການໃຊ້ສະຫລາກຄັ້ງທຳອິດໄດ້ຕົກຖືກຄອບຄົວຕ່າງໆໃນຕະກຸນໂກຮາດ. ສ່ວນຄອບຄົວທີ່ມາແຕ່ເຊື້ອສາຍຂອງປະໂຣຫິດອາໂຣນນັ້ນໄດ້ຮັບ 13 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຢູດາ, ຊີເມໂອນ ແລະເບັນຢາມິນ.
ອາສັບເປັນຜູ້ນຳກຸ່ມຮ້ອງເພງໝວດທີສອງ. ສາຍຄອບຄົວຂອງລາວ ເມື່ອນັບຄືນຫລັງໄປຫາເລວີ ມີດັ່ງນີ້: ອາສັບຜູ້ເປັນລູກຊາຍຂອງເບເຣກີຢາ ຜູ້ເປັນລູກຊາຍຂອງຊີເມອາ
ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. ເລວີມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
ຕະກຸນໂກຮາດມີຄອບຄົວຂອງອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ມອບເມືອງບາງແຫ່ງ ພ້ອມທັງທົ່ງຫຍ້າຈາກເຂດແດນໃນສ່ວນຕ່າງໆຂອງພວກເຂົາໃຫ້ແກ່ພວກເລວີ ຕາມຄຳສັ່ງຂອງພຣະເຈົ້າຢາເວ.
ສ່ວນຕະກຸນໂກຮາດທີ່ເຫຼືອຢູ່ນັ້ນໄດ້ຮັບ 10 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງເອຟຣາອິມ, ດານ ແລະມານາເຊຕາເວັນຕົກ.
ຕໍ່ມາ ເອເລອາຊາລູກຊາຍຂອງອາໂຣນກໍຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ທີ່ເມືອງກີເບອາ ຊຶ່ງເປັນເມືອງໃນເຂດເນີນພູເອຟຣາອິມ. ເມືອງນີ້ໄດ້ຍົກໃຫ້ເປັນກຳມະສິດຂອງຟີເນຮາ.