Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 21:21 - ພຣະຄຳພີສັກສິ

21 ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຊີເຄມ​ແລະ​ທົ່ງຫຍ້າ​ທີ່​ຢູ່​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ເກເຊ,

Uka jalj uñjjattʼäta Copia luraña




ໂຢຊວຍ 21:21
11 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຊື້​ນາ​ທົ່ງ​ນັ້ນ ລາຄາ​ໜຶ່ງຮ້ອຍ​ຫລຽນ​ຈາກ​ເຊື້ອສາຍ​ຂອງ​ຮາໂມ ພໍ່​ຂອງ​ຊີເຄມ.


ກະສັດ​ດາວິດ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ ແລະ​ໄລ່​ພວກ​ຟີລິດສະຕິນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ເກບາ​ຈົນເຖິງ​ເມືອງ​ເກເຊ.


ເຣໂຫໂບອາມ​ໄດ້​ໄປ​ທີ່​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທາງ​ພາກເໜືອ ໄດ້​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ.


ຊີເຄມ, ເມືອງ​ລີ້ໄພ​ໃນ​ແຖບ​ເນີນພູ​ເອຟຣາອິມ, ເກເຊ,


ໃນ​ຄັ້ງ​ນັ້ນ ເຈົ້າ​ໂຮຣາມ​ກະສັດ​ແຫ່ງ​ເກເຊ​ໄດ້​ມາ​ຊ່ວຍ​ເມືອງ​ລາກິດ ແຕ່​ໂຢຊວຍ​ໄດ້​ຂ້າ​ລາວ​ແລະ​ທະຫານ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.


ແຕ່​ພວກເຂົາ​ບໍ່ໄດ້​ຂັບໄລ່​ພວກ​ການາອານ ທີ່​ຢູ່​ໃນ​ເມືອງ​ເກເຊ​ໃຫ້​ອອກ​ໄປ. ດ້ວຍເຫດນີ້ ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ຮ່ວມ​ກັບ​ພວກ​ເອຟຣາອິມ​ຈົນ​ເຖິງ​ທຸກ​ວັນ​ນີ້. ແຕ່​ພວກ​ເອຟຣາອິມ​ໄດ້​ບັງຄັບ​ພວກເຂົາ​ໃຫ້​ເຮັດ​ວຽກ​ດັ່ງ​ທາດຮັບໃຊ້.


ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.


ກິບຊາອີມ ແລະ​ເບັດໂຮໂຣນ​ພ້ອມ​ທັງ​ທົ່ງຫຍ້າ.


ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ມີກາ. ລາວ​ອາໄສ​ຢູ່​ໃນ​ແຖບ​ເນີນພູ​ເອຟຣາອິມ.


ຢູ່​ຕໍ່ມາ ອາບີເມເຫຼັກ ລູກຊາຍ​ຂອງ​ກີເດໂອນ ໄດ້​ໄປ​ຫາ​ພວກ​ຍາດຕິພີ່ນ້ອງ​ທາງ​ແມ່​ຂອງຕົນ​ທີ່​ເມືອງ​ຊີເຄມ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka