ໂຢຊວຍ 21:17 - ພຣະຄຳພີສັກສິ17 ຈາກເຂດແດນຂອງເບັນຢາມິນ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ກີເບໂອນ, ເກບາ, Uka jalj uñjjattʼäta |
ກະສັດໂຢສີຢາໄດ້ນຳບັນດາປະໂຣຫິດທັງໝົດທີ່ຢູ່ໃນເມືອງຕ່າງໆຂອງຢູດາຍ ແລະຢູ່ທົ່ວທຸກບ່ອນຈາກເກບາເຖິງເບເອນເຊບາທີ່ເພິ່ນໄດ້ທຳລາຍແທ່ນບູຊາຕ່າງໆ ແລະສະຖານທີ່ສູງທັງຫຼາຍ ຊຶ່ງພວກເຂົາຖວາຍເຄື່ອງບູຊາໃສ່ນັ້ນ ມາທີ່ນະຄອນເຢຣູຊາເລັມ. ເພິ່ນຍັງໄດ້ມ້າງແທ່ນບູຊາທີ່ອຸທິດຖວາຍແກ່ຜີປີສາດແບ້ ໃກ້ປະຕູເມືອງທີ່ໂຢຊວຍຜູ້ປົກຄອງເມືອງໄດ້ສ້າງຂຶ້ນ. ແທ່ນບູຊານີ້ຢູ່ທາງເບື້ອງຊ້າຍຂອງປະຕູໃຫຍ່ທາງເຂົ້າເມືອງ.
ຂົງເຂດທັງໝົດ ແຕ່ເກບາທາງທິດເໜືອຫາຣິມໂມນທາງທິດໃຕ້ ຈະເປັນບ່ອນຮາບພຽງ. ນະຄອນເຢຣູຊາເລັມຈະສູງເດັ່ນໃນດິນແດນທີ່ອ້ອມຮອບນັ້ນ; ນະຄອນນີ້ຈະມີອານາເຂດຢຽດອອກໄປ ແຕ່ປະຕູເບັນຢາມິນຈົນຮອດປະຕູແຈ ບ່ອນທີ່ປະຕູເມືອງແຕ່ກ່ອນຕັ້ງຢູ່ ແລະຈາກຫໍຄອຍຮານາເນນ ເຖິງບ່ອນບີບເຫຼົ້າອະງຸ່ນຂອງກະສັດ.