Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 21:11 - ພຣະຄຳພີສັກສິ

11 ພວກເຂົາ​ໄດ້​ຮັບ​ເມືອງ​ກີຣິອາດ​ອາກບາ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ (ອາກບາ​ເປັນ​ພໍ່​ຂອງ​ອານາກ) ແຕ່​ໃນ​ເວລາ​ນີ້​ເອີ້ນ​ວ່າ​ເຮັບໂຣນ​ໃນ​ເຂດ​ພູດອຍ​ຂອງ​ຢູດາຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 21:11
15 Jak'a apnaqawi uñst'ayäwi  

ນາງ​ໄດ້​ເສຍ​ຊີວິດ​ທີ່​ເຮັບໂຣນ​ໃນ​ແຜ່ນດິນ​ການາອານ ແລະ​ອັບຣາຮາມ​ໄດ້​ໄວ້ທຸກ​ໃຫ້​ນາງ.


ຢາໂຄບ​ໄດ້​ກັບຄືນ​ມາ​ຫາ​ອີຊາກ​ພໍ່​ຂອງຕົນ​ທີ່​ມຳເຣ ໃກ້​ກັບ​ເຮັບໂຣນ ບ່ອນ​ທີ່​ອັບຣາຮາມ​ແລະ​ອີຊາກ​ເຄີຍ​ອາໄສ​ຢູ່.


ຫລັງຈາກ​ນັ້ນ​ມາ​ສີ່​ປີ ອັບຊາໂລມ​ໄດ້​ເວົ້າ​ກັບ​ກະສັດ​ດາວິດ​ວ່າ, “ຂໍ​ຊົງ​ໂຜດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄປ​ເມືອງ​ເຮັບໂຣນ​ແດ່ທ້ອນ ເພື່ອ​ໄປ​ປະຕິບັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ກັບ​ພຣະເຈົ້າຢາເວ.


ເຂດແດນ​ນີ້​ລວມເອົາ​ທັງ​ເຮັບໂຣນ​ໃນ​ເຂດແດນ​ຂອງ​ຢູດາຍ ແລະ​ທົ່ງຫຍ້າ​ຊຶ່ງ​ຢູ່​ອ້ອມຮອບ​ນັ້ນ.


ຈາກ​ນັ້ນ​ບໍ່​ດົນ ມາຣີ​ກໍ​ອອກ​ເດີນທາງ​ຢ່າງ​ຮີບ​ດ່ວນ ໄປ​ທີ່​ເມືອງ​ໜຶ່ງ​ທີ່​ເນີນພູ​ຂອງ​ແຂວງ​ຢູດາຍ.


ກ່ອນ​ເຫດການ​ນີ້​ໄດ້​ເກີດຂຶ້ນ ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ເມືອງ​ຂອງ​ອາກບາ. (ອາກບາ​ເປັນ​ເມືອງ​ໃຫຍ່​ທີ່ສຸດ​ຂອງ​ຊາວ​ອານາກີມ). ຕັ້ງແຕ່​ນັ້ນ​ມາ ດິນແດນ​ກໍ​ມີ​ຄວາມ​ສະຫງົບສຸກ.


ຮຸມຕາ, ກີຣີອາດ​ອາກບາ (ຊຶ່ງ​ແມ່ນ​ເມືອງ​ເຮັບໂຣນ) ແລະ​ຊີໂອເຣ. ລວມ​ທັງໝົດ​ມີ 9 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ເຊື້ອສາຍ​ຂອງ​ອາໂຣນ​ໃນ​ຕະກຸນ​ໂກຮາດ ຜູ້​ທີ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ. ຕະກຸນ​ນີ້​ເປັນ​ພວກ​ທຳອິດ​ທີ່​ໄດ້​ຖືກ​ມອບໝາຍ​ເມືອງ​ໃຫ້.


ແຕ່​ທົ່ງນາ​ຂອງ​ເມືອງ​ນີ້ ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄດ້​ຖືກ​ມອບໝາຍ​ໃຫ້​ເປັນ​ກຳມະສິດ​ຂອງ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ.


ພວກເຂົາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ພວກ​ການາອານ​ຢູ່​ໃນ​ເມືອງ​ເຮັບໂຣນ ຊຶ່ງ​ແຕ່​ກ່ອນ​ມີ​ຊື່​ວ່າ ກີຣິອາດ​ອາກບາ. ຢູ່​ທີ່​ນັ້ນ ພວກເຂົາ​ໄດ້​ເອົາ​ຊະນະ​ຕະກຸນ​ຕ່າງໆ​ຂອງ​ເຊຊາຍ, ອາຮີມານ ແລະ​ຕານໄມ.


ເຮັບໂຣນ ແລະ​ໃຫ້​ທົ່ວ​ທຸກໆ​ບ່ອນ​ທີ່​ເພິ່ນ​ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ໄດ້​ເດີນທາງ​ໄປໆ​ມາໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka