10 ເຊື້ອສາຍຂອງອາໂຣນໃນຕະກຸນໂກຮາດ ຜູ້ທີ່ໄດ້ສືບເຊື້ອສາຍມາຈາກເລວີ. ຕະກຸນນີ້ເປັນພວກທຳອິດທີ່ໄດ້ຖືກມອບໝາຍເມືອງໃຫ້.
ຕໍ່ໄປນີ້ແມ່ນເຂດແດນທີ່ໄດ້ຖືກມອບໃຫ້ເຊື້ອສາຍຂອງອາໂຣນ ຕະກຸນໂກຮາດ. ພວກເຂົາເປັນຜູ້ທຳອິດທີ່ໄດ້ຮັບສ່ວນຂອງດິນແດນ ຊຶ່ງໄດ້ມອບໃຫ້ຊາວເລວີ.
ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. ໂກຮາດມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບສາມປີ.
ຕະກຸນໂກຮາດມີຄອບຄົວຂອງອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
“ໃຫ້ຈົດຈຳນວນພົນຊາວເລວີຢູ່ໃນຕະກຸນໂກຮາດ ຕາມຕະກຸນຍ່ອຍແລະຕາມຄອບຄົວ.
ພວກເຂົາໄດ້ຮັບເມືອງກີຣິອາດອາກບາ ຕະຫລອດທັງທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ (ອາກບາເປັນພໍ່ຂອງອານາກ) ແຕ່ໃນເວລານີ້ເອີ້ນວ່າເຮັບໂຣນໃນເຂດພູດອຍຂອງຢູດາຍ.
ການໃຊ້ສະຫລາກຄັ້ງທຳອິດໄດ້ຕົກຖືກຄອບຄົວຕ່າງໆໃນຕະກຸນໂກຮາດ. ສ່ວນຄອບຄົວທີ່ມາແຕ່ເຊື້ອສາຍຂອງປະໂຣຫິດອາໂຣນນັ້ນໄດ້ຮັບ 13 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຢູດາ, ຊີເມໂອນ ແລະເບັນຢາມິນ.
ຕໍ່ໄປນີ້ແມ່ນຊື່ບັນດາເມືອງຈາກເຂດແດນສ່ວນຕ່າງໆຂອງຢູດາແລະຊີເມໂອນ ທີ່ໄດ້ຖືກມອບໝາຍໃຫ້