ໂຢຊວຍ 21:1 - ພຣະຄຳພີສັກສິ1 ບັນດາຫົວໜ້າຂອງຄອບຄົວເລວີໄດ້ພາກັນໄປຫາປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະຫົວໜ້າຄອບຄົວຕ່າງໆຂອງທຸກເຜົ່າໃນຊາດອິດສະຣາເອນ. Uka jalj uñjjattʼäta |
ພວກນາງໄດ້ໄປຫາປະໂຣຫິດເອເລອາຊາ, ໂຢຊວຍລູກຊາຍຂອງນູນ, ພ້ອມທັງບັນດາຜູ້ນຳ ແລະເວົ້າວ່າ, “ພຣະເຈົ້າຢາເວໄດ້ສັ່ງໂມເຊມອບດິນແດນສ່ວນໜຶ່ງ ໃຫ້ເປັນກຳມະສິດຂອງພວກຂ້ານ້ອຍ ຄືກັນກັບບັນດາຜູ້ຊາຍທີ່ເປັນຍາດຕິພີ່ນ້ອງຂອງພວກຂ້ານ້ອຍ.” ດັ່ງນັ້ນ ຕາມຄຳສັ່ງຂອງພຣະເຈົ້າຢາເວ ພວກນາງຈຶ່ງໄດ້ຮັບດິນແດນເໝືອນກັນກັບພວກຜູ້ຊາຍ ທີ່ເປັນຍາດຕິພີ່ນ້ອງຂອງພວກຕົນ.
ປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະພວກຫົວໜ້າຄອບຄົວຕ່າງໆໃນບັນດາເຜົ່າແຫ່ງຊາດອິດສະຣາເອນ ໄດ້ຮັບມອບໝາຍດິນແດນເຫຼົ່ານີ້ໂດຍການໃຊ້ສະຫລາກ ຕໍ່ໜ້າພຣະເຈົ້າຢາເວທີ່ເມືອງຊີໂລ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ດ້ວຍການກະທຳດັ່ງທີ່ໄດ້ກ່າວມານີ້ ພວກເຂົາຈຶ່ງໄດ້ແບ່ງປັນດິນແດນເປັນທີ່ສຳເລັດ.