Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 20:9 - ພຣະຄຳພີສັກສິ

9 ບ່ອນ​ເຫຼົ່ານີ້​ແມ່ນ​ເມືອງ​ລີ້ໄພ ຊຶ່ງ​ໄດ້​ຖືກ​ເລືອກ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ ແລະ​ໃຫ້​ຄົນຕ່າງຊາດ​ທັງຫລາຍ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ. ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ​ໃນ​ບ່ອນ​ນີ້; ຈະ​ບໍ່ມີ​ໃຜ​ຖືກ​ຂ້າ ໂດຍ​ບໍ່ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ​ສາກ່ອນ.

Uka jalj uñjjattʼäta Copia luraña




ໂຢຊວຍ 20:9
5 Jak'a apnaqawi uñst'ayäwi  

ໃຫ້​ເລືອກ​ເອົາ​ຫົກ​ເມືອງ


ເມືອງ​ທັງ​ຫົກ​ນີ້ ຈະ​ໃຊ້​ເປັນ​ບ່ອນ​ລີ້ໄພ​ຂອງ​ຊາວ​ອິດສະຣາເອນ ແລະ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ຊົ່ວຄາວ​ຫລື​ຢູ່​ຖາວອນ ເພື່ອ​ຜູ້ໃດ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ມາ​ຫລົບລີ້​ຢູ່​ໃນ​ເມືອງ​ໃດ​ເມືອງ​ໜຶ່ງ​ນີ້​ໄດ້.


ລາວ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງໃດ​ເມືອງໜຶ່ງ​ໃນ​ເມືອງ​ເຫຼົ່ານີ້​ໄດ້ ຄື​ໄປ​ທີ່​ສານ​ບ່ອນ​ຕັດສິນ​ຄວາມ​ທີ່​ປະຕູ​ເຂົ້າ​ເມືອງ ແລະ​ອະທິບາຍ​ເຫດການ​ທີ່​ເກີດຂຶ້ນ​ແກ່​ພວກຜູ້ນຳ. ແລ້ວ​ພວກຜູ້ນຳ​ກໍ​ຈະ​ອະນຸຍາດ​ໃຫ້​ລາວ​ເຂົ້າ​ໄປ​ໃນ​ເມືອງ ທັງ​ຫາ​ບ່ອນ​ໃຫ້​ລາວ​ຢູ່​ໃນ​ເມືອງ​ຕໍ່ໄປ​ດ້ວຍ.


ເຂົາ​ອາດ​ຈະ​ຢູ່​ໃນ​ເມືອງ​ຈົນກວ່າ​ຈະ​ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ ແລະ​ຈົນກວ່າ​ຜູ້​ທີ່​ເປັນ​ປະໂຣຫິດ​ໃນ​ເວລາ​ນັ້ນ​ຕາຍ​ກ່ອນ. ແລ້ວ​ເຂົາ​ກໍ​ຈະ​ໄດ້​ກັບຄືນ​ເມືອ​ສູ່​ເມືອງ​ຂອງຕົນ ບ່ອນ​ທີ່​ເຂົາ​ໄດ້​ປົບໜີ​ມາ​ນັ້ນ.”


ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ພູພຽງ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ ພວກເຂົາ​ໄດ້​ເລືອກເອົາ​ເມືອງ​ເບເຊ​ໃນ​ເຂດແດນ​ຂອງ​ເຜົ່າ​ຣູເບັນ; ເມືອງ​ຣາໂມດ​ໃນ​ກີເລອາດ​ໃນ​ເຂດແດນ​ຂອງ​ເຜົ່າກາດ ແລະ​ເມືອງ​ໂກລານ​ແຫ່ງ​ບາຊານ​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka