Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 20:8 - ພຣະຄຳພີສັກສິ

8 ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ພູພຽງ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ ພວກເຂົາ​ໄດ້​ເລືອກເອົາ​ເມືອງ​ເບເຊ​ໃນ​ເຂດແດນ​ຂອງ​ເຜົ່າ​ຣູເບັນ; ເມືອງ​ຣາໂມດ​ໃນ​ກີເລອາດ​ໃນ​ເຂດແດນ​ຂອງ​ເຜົ່າກາດ ແລະ​ເມືອງ​ໂກລານ​ແຫ່ງ​ບາຊານ​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ.

Uka jalj uñjjattʼäta Copia luraña




ໂຢຊວຍ 20:8
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ບັນດາ​ຜູ້ທຳນວາຍ​ທັງໝົດ​ມາ ປະມານ​ສີ່ຮ້ອຍ​ຄົນ ແລະ​ຖາມ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ຄວນ​ຈະ​ໄປ​ໂຈມຕີ​ເອົາ​ເມືອງ​ຣາໂມດ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ໂຈມຕີ​ໂລດ ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄຊຊະນະ.”


ກະສັດ​ອາຮາຊີຢາ​ໄດ້​ຮ່ວມມື​ກັບ​ກະສັດ​ໂຢຣາມ​ແຫ່ງ​ອິດສະຣາເອນ ເຮັດ​ເສິກ​ຕໍ່ສູ້​ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ. ກອງທັບ​ທັງສອງ​ຝ່າຍ​ໄດ້​ຍົກທັບ​ໄປ​ປະທະ​ກັນ​ທີ່​ເມືອງ​ຣາໂມດ​ໃນ​ກີເລອາດ ແລະ​ກະສັດ​ໂຢຣາມ​ໄດ້​ຖືກ​ບາດ​ເຈັບ​ໃນ​ສະໜາມຮົບ.


ໃນ​ເຂດແດນ​ຣູເບັນ ທາງ​ຝັ່ງ​ເບື້ອງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ເລີຍ​ໄປ​ທາງ​ເມືອງ​ເຢຣິໂກ: ເບເຊ​ຢູ່​ເທິງ​ພູພຽງ, ຢາຊາ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,


ໃນ​ເຂດແດນ​ຂອງ​ກາດ: ຣາໂມດ​ໃນ​ກີເລອາດ, ມະຫານາອິມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ,


ພວກເຮົາ​ໄດ້​ຢຶດເອົາ​ໝົດ​ທຸກ​ເຂດແດນ​ຂອງ​ເຈົ້າໂອກ​ໃນ​ບາຊານ ດັ່ງນີ້: ເມືອງ​ຕ່າງໆ​ຕາມ​ພູພຽງ, ຂົງເຂດ​ກີເລອາດ​ແລະ​ບາຊານ, ໄກ​ອອກ​ໄປ​ຈົນ​ຮອດ​ສາເລກາ​ແລະ​ເອັດເຣອີ. (


ສຳລັບ​ເຜົ່າ​ຣູເບັນ​ແມ່ນ​ເມືອງ​ເບເຊ ທີ່​ເທິງ​ພູພຽງ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ສຳລັບ​ເຜົ່າກາດ​ແມ່ນ​ເມືອງ​ຣາໂມດ​ໃນ​ເຂດແດນ​ຂອງ​ກີເລອາດ ແລະ​ສຳລັບ​ເຜົ່າ​ມານາເຊ​ແມ່ນ​ເມືອງ​ໂກລານ​ໃນ​ເຂດແດນ​ບາຊານ.


ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.


ບ່ອນ​ເຫຼົ່ານີ້​ແມ່ນ​ເມືອງ​ລີ້ໄພ ຊຶ່ງ​ໄດ້​ຖືກ​ເລືອກ​ໄວ້​ໃຫ້​ປະຊາຊົນ​ອິດສະຣາເອນ ແລະ​ໃຫ້​ຄົນຕ່າງຊາດ​ທັງຫລາຍ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ. ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ ຈະ​ໄດ້​ຮັບ​ການ​ຄຸ້ມຄອງ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ​ໃນ​ບ່ອນ​ນີ້; ຈະ​ບໍ່ມີ​ໃຜ​ຖືກ​ຂ້າ ໂດຍ​ບໍ່ໄດ້​ຮັບ​ການ​ຕັດສິນ​ຕໍ່ໜ້າ​ມະຫາຊົນ​ສາກ່ອນ.


ສ່ວນ​ຊາວ​ເລວີ​ພວກ​ອື່ນ​ຈາກ​ຕະກຸນ​ເກໂຊນ ໄດ້​ຮັບ​ຈາກ​ມານາເຊ​ຕາເວັນອອກ 2 ຕົວເມືອງ ມີ​ດັ່ງນີ້: ໂກລານ​ໃນ​ບາຊານ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ) ແລະ​ເບເອັດຊະເຕຣາ ພ້ອມ​ທັງ​ທົ່ງຫຍ້າ.


ຈາກ​ເຂດແດນ​ຂອງ​ຣູເບັນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ເບເຊ, ຢາຊາ,


ຈາກ​ເຂດແດນ​ຂອງ​ກາດ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຣາໂມດ​ໃນ​ກີເລອາດ ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ມະຫານາອິມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka