Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 20:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.

Uka jalj uñjjattʼäta Copia luraña




ໂຢຊວຍ 20:7
22 Jak'a apnaqawi uñst'ayäwi  

ນາງ​ໄດ້​ເສຍ​ຊີວິດ​ທີ່​ເຮັບໂຣນ​ໃນ​ແຜ່ນດິນ​ການາອານ ແລະ​ອັບຣາຮາມ​ໄດ້​ໄວ້ທຸກ​ໃຫ້​ນາງ.


ເຣໂຫໂບອາມ​ໄດ້​ໄປ​ທີ່​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທາງ​ພາກເໜືອ ໄດ້​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ.


ໃນ​ເຂດແດນ​ເນັບທາລີ: ເກເດັດ​ໃນ​ຄາລີເລ, ຮາມໂມນ ແລະ​ກີຣິອາດທາອິມ ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ.


ເຣໂຫໂບອາມ​ໄດ້​ໄປ​ເມືອງ​ຊີເຄມ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ທາງ​ພາກເໜືອ​ຂອງ​ອິດສະຣາເອນ ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ.


ໃຫ້​ຍົກ​ເມືອງ​ລີ້ໄພ​ຫົກ​ເມືອງ​ໃຫ້​ແກ່​ຊາວ​ເລວີ ເພື່ອ​ວ່າ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ມາ​ຫລົບລີ້​ຢູ່​ໄດ້. ໃຫ້​ຍົກ 42 ເມືອງ​ອື່ນ


ຈາກ​ນັ້ນ​ບໍ່​ດົນ ມາຣີ​ກໍ​ອອກ​ເດີນທາງ​ຢ່າງ​ຮີບ​ດ່ວນ ໄປ​ທີ່​ເມືອງ​ໜຶ່ງ​ທີ່​ເນີນພູ​ຂອງ​ແຂວງ​ຢູດາຍ.


ໃຫ້​ພວກເຈົ້າ​ເລືອກ​ເອົາ​ອີກ​ສາມ​ເມືອງ. (ພຣະອົງ​ຈະ​ມອບ​ດິນແດນ​ນີ້​ໃຫ້ ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ສັ່ງ​ພວກເຈົ້າ​ໃນວັນນີ້ ແລະ​ຖ້າ​ພວກເຈົ້າ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ດຳເນີນ​ຊີວິດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ).


ແລ້ວ​ໂມເຊ​ກໍໄດ້​ເລືອກ​ສາມ​ຕົວເມືອງ ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໄວ້​ຕ່າງຫາກ.


ກະສັດ​ຂອງ​ເກເດັດ, ກະສັດ​ຂອງ​ໂຢກເນອາມ (ທີ່​ກາເມນ),


ກ່ອນ​ເຫດການ​ນີ້​ໄດ້​ເກີດຂຶ້ນ ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ເມືອງ​ຂອງ​ອາກບາ. (ອາກບາ​ເປັນ​ເມືອງ​ໃຫຍ່​ທີ່ສຸດ​ຂອງ​ຊາວ​ອານາກີມ). ຕັ້ງແຕ່​ນັ້ນ​ມາ ດິນແດນ​ກໍ​ມີ​ຄວາມ​ສະຫງົບສຸກ.


ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແກ່​ໂຢຊວຍ ເພິ່ນ​ຈຶ່ງ​ໄດ້​ມອບ​ເຂດແດນ​ທີ່​ເປັນ​ສ່ວນ​ຂອງ​ເຜົ່າ​ຢູດາ ໃຫ້​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ຄົນ​ໃນ​ເຜົ່າຢູດາ. ກາເລັບ​ໄດ້​ຮັບ​ເຮັບໂຣນ ເມືອງ​ຂອງ​ອາກບາ​ຜູ້​ທີ່​ເປັນ​ພໍ່​ຂອງ​ອານາກ.


ສ່ວນ​ເມືອງ​ທີ່​ມີ​ກຳແພງ​ນັ້ນ​ມີ​ດັ່ງນີ້: ຊິດດີມ, ເຊເຣ, ຮາມມັດ, ຣັກກັດ, ກິນເນເຣດ,


ອາດາມາ, ຣາມາ, ຮາໂຊ,


ເກເດັດ, ເອັດເຣອີ, ເອນຮາໂຊ,


ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕາມ​ພູພຽງ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ ພວກເຂົາ​ໄດ້​ເລືອກເອົາ​ເມືອງ​ເບເຊ​ໃນ​ເຂດແດນ​ຂອງ​ເຜົ່າ​ຣູເບັນ; ເມືອງ​ຣາໂມດ​ໃນ​ກີເລອາດ​ໃນ​ເຂດແດນ​ຂອງ​ເຜົ່າກາດ ແລະ​ເມືອງ​ໂກລານ​ແຫ່ງ​ບາຊານ​ໃນ​ເຂດແດນ​ຂອງ​ເຜົ່າ​ມານາເຊ.


ພວກເຂົາ​ໄດ້​ຮັບ​ເມືອງ​ກີຣິອາດ​ອາກບາ ຕະຫລອດ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມແອ້ມ​ນັ້ນ (ອາກບາ​ເປັນ​ພໍ່​ຂອງ​ອານາກ) ແຕ່​ໃນ​ເວລາ​ນີ້​ເອີ້ນ​ວ່າ​ເຮັບໂຣນ​ໃນ​ເຂດ​ພູດອຍ​ຂອງ​ຢູດາຍ.


ນອກຈາກ​ເຮັບໂຣນ (ໜຶ່ງ​ໃນ​ບັນດາ​ເມືອງ​ລີ້ໄພ) ເມືອງ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ ມີ​ດັ່ງນີ້: ລິບນາ,


ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ຊີເຄມ​ແລະ​ທົ່ງຫຍ້າ​ທີ່​ຢູ່​ໃນ​ແຖບ​ເນີນພູ​ຂອງ​ເອຟຣາອິມ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ເກເຊ,


ຈາກ​ເຂດແດນ​ຂອງ​ເນັບທາລີ ພວກເຂົາ​ໄດ້​ຮັບ 3 ຕົວເມືອງ ມີ​ດັ່ງນີ້: ເກເດັດ​ໃນ​ຄາລີເລ, ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ຮາມໂມດ​ໂດເຣ ແລະ​ກາກຕານ ພ້ອມ​ທັງ​ທົ່ງຫຍ້າ.


ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ຢູ່​ຕໍ່ມາ ອາບີເມເຫຼັກ ລູກຊາຍ​ຂອງ​ກີເດໂອນ ໄດ້​ໄປ​ຫາ​ພວກ​ຍາດຕິພີ່ນ້ອງ​ທາງ​ແມ່​ຂອງຕົນ​ທີ່​ເມືອງ​ຊີເຄມ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka