Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 20:3 - ພຣະຄຳພີສັກສິ

3 ບຸກຄົນ​ໜຶ່ງ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ເຂົ້າ​ໄປ​ທີ່​ນັ້ນ​ໄດ້ ແລະ​ຫລົບ​ໜີ​ຈາກ​ຜູ້​ຕາມຫາ​ແກ້ແຄ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 20:3
8 Jak'a apnaqawi uñst'ayäwi  

ນາງ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ ເພື່ອ​ວ່າ​ຍາດຕິພີ່ນ້ອງ​ຂອງ​ຂ້ານ້ອຍ ຜູ້​ທີ່​ຮັບຜິດຊອບ​ແກ້ແຄ້ນ​ຕໍ່​ການ​ຕາຍ​ຂອງ​ລູກຊາຍ​ຂ້ານ້ອຍ​ນັ້ນ ຈະ​ບໍ່​ເຮັດ​ຜິດ​ອັນ​ຮ້າຍແຮງ​ກວ່າ​ນັ້ນ ໂດຍ​ຂ້າ​ລູກຊາຍ​ຄົນ​ໜຶ່ງ​ອີກ​ຂອງ​ຂ້ານ້ອຍ.” ກະສັດ​ດາວິດ​ຕອບ​ວ່າ, “ເຮົາ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ວ່າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ທຳຮ້າຍ​ແຕ່​ຢ່າງໃດ​ໝົດ.”


ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ເຮັດ​ບາບ ແລະ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໂດຍ​ບໍ່ຕັ້ງໃຈ ຕ້ອງ​ໃຫ້​ຜູ້ນັ້ນ​ປະຕິບັດ​ຕາມ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້:


ຢູ່​ໃນ​ທີ່​ນີ້ ລາວ​ຈະ​ປອດໄພ​ຈາກ​ການ​ນຳ​ແກ້ແຄ້ນ​ຂອງ​ຍາດຕິພີ່ນ້ອງ​ຂອງ​ຜູ້​ຕາຍ. ຄົນ​ທີ່​ຖືກ​ກ່າວຫາ​ວ່າ​ເປັນ​ຜູ້ຂ້າຄົນ​ຈະ​ບໍ່​ຖືກ​ລົງໂທດ​ເຖິງ​ຕາຍ ຈົນກວ່າ​ໄດ້​ຮັບ​ການ​ຕັດສິນ​ຈາກ​ປະຊາຊົນ​ທັງປວງ​ເສຍກ່ອນ.


ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ຜູ້​ຕາຍ​ຕ້ອງ​ຮັບຜິດຊອບ ລົງໂທດ​ຜູ້ຂ້າຄົນ​ນັ້ນ​ໃຫ້​ເຖິງ​ຕາຍ. ເມື່ອ​ຫາ​ຕົວ​ພົບ​ເມື່ອໃດ ໃຫ້​ຂ້າ​ຖິ້ມ​ເມື່ອນັ້ນ.


ແຕ່​ຖ້າ​ວ່າ ມີ​ຜູ້ໃດ​ຜູ້ໜຶ່ງ​ຂ້າ​ຄົນ​ທີ່​ຕົນ​ບໍ່ໄດ້​ກຽດຊັງ​ໂດຍ​ບໍ່​ເຈດຕະນາ ບໍ່​ວ່າ​ໂດຍ​ຊຸກ​ລາວ​ໃຫ້​ລົ້ມ​ລົງ ຫລື​ໂດຍ​ແກວ່ງ​ສິ່ງຂອງ​ໃສ່.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


“ຈົ່ງ​ເລືອກ​ເອົາ​ບັນດາ​ເມືອງ​ລີ້ໄພ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ພວກເຈົ້າ.


ລາວ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງໃດ​ເມືອງໜຶ່ງ​ໃນ​ເມືອງ​ເຫຼົ່ານີ້​ໄດ້ ຄື​ໄປ​ທີ່​ສານ​ບ່ອນ​ຕັດສິນ​ຄວາມ​ທີ່​ປະຕູ​ເຂົ້າ​ເມືອງ ແລະ​ອະທິບາຍ​ເຫດການ​ທີ່​ເກີດຂຶ້ນ​ແກ່​ພວກຜູ້ນຳ. ແລ້ວ​ພວກຜູ້ນຳ​ກໍ​ຈະ​ອະນຸຍາດ​ໃຫ້​ລາວ​ເຂົ້າ​ໄປ​ໃນ​ເມືອງ ທັງ​ຫາ​ບ່ອນ​ໃຫ້​ລາວ​ຢູ່​ໃນ​ເມືອງ​ຕໍ່ໄປ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka