7 ຄົນຂອງກະສັດໄດ້ອອກຈາກເມືອງໄປ ແລ້ວປະຕູເມືອງກໍຖືກອັດ. ພວກເຂົາໄດ້ໄປຊອກຫາພວກນັກສືບສອດແນມຊາວອິດສະຣາເອນ ຈົນຮອດທ່າຂ້າມແມ່ນໍ້າຈໍແດນ.
“ເມື່ອພວກຂ້ານ້ອຍໄດ້ໄປທີ່ຄຸກ ກໍເຫັນປະຕູຄຸກອັດໄວ້ຢ່າງແໜ້ນໜາ ແລະຄົນເຝົ້າຍາມທຸກຄົນກໍຢືນຍາມທີ່ປະຕູນັ້ນ, ແຕ່ເມື່ອພວກຂ້ານ້ອຍໄຂເຂົ້າໄປຂ້າງໃນແລ້ວ ກໍບໍ່ເຫັນຜູ້ໃດຈັກຄົນ.”
ກ່ອນຊາຍທັງສອງຈະນອນ ນາງຣາຮາບໄດ້ຂຶ້ນໄປເທິງຫລັງຄາພຽງ
ເພື່ອປ້ອງກັນບໍ່ໃຫ້ພວກເອຟຣາອິມແລະມານາເຊລອດໜີໄປໄດ້ ຊາວກີເລອາດຈຶ່ງໄດ້ຢຶດທ່າບ່ອນຂ້າມແມ່ນໍ້າຈໍແດນໄວ້. ເມື່ອຊາວເອຟຣາອິມຄົນໃດຄົນໜຶ່ງມາຂໍອະນຸຍາດຂ້າມຝັ່ງ ຄົນກີເລອາດຈະຖາມວ່າ, “ເຈົ້າເປັນຄົນເອຟຣາອິມບໍ?” ຖ້າລາວຕອບວ່າ, “ບໍ່”
ລາວສັ່ງພວກທະຫານວ່າ, “ຈົ່ງຕາມຂ້ອຍມາ ພຣະເຈົ້າຢາເວໃຫ້ພວກເຈົ້າຊະນະຊາວໂມອາບ ສັດຕູຂອງພວກເຈົ້າແລ້ວ.” ດັ່ງນັ້ນ ພວກເຂົາຈຶ່ງຕາມເອຮຸດລົງໄປຢຶດແຄມທ່າຂອງແມ່ນໍ້າຈໍແດນ ບ່ອນທີ່ຊາວໂມອາບໃຊ້ຂ້າມໄປມາ ແລະບໍ່ອະນຸຍາດໃຫ້ຜູ້ໃດຂ້າມແມ່ນໍ້າໄປເດັດຂາດ.