ໂຢຊວຍ 2:3 - ພຣະຄຳພີສັກສິ3 ສະນັ້ນ ເພິ່ນຈຶ່ງໄດ້ໃຊ້ຄົນໄປບອກນາງຣາຮາບວ່າ, “ຊາຍທີ່ມາພັກຢູ່ໃນເຮືອນຂອງເຈົ້ານັ້ນ ໄດ້ມາສອດແນມເບິ່ງທົ່ວດິນແດນ ຈົ່ງນຳພວກເຂົາອອກມາ.” Uka jalj uñjjattʼäta |
ບັນດາຜູ້ນຳຊາວອຳໂມນກໍໄປບອກກະສັດຂອງພວກຕົນວ່າ, “ທ່ານຄິດເຫັນຢ່າງໃດທີ່ກະສັດດາວິດສົ່ງຄະນະທູດ ມາສະແດງຄວາມເສຍໃຈນຳທ່ານໃນເວລາເຊັ່ນນີ້ ເພື່ອເປັນການໃຫ້ກຽດແກ່ພໍ່ຂອງທ່ານຊັ້ນບໍ? ຄົງບໍ່ເປັນດັ່ງນັ້ນດອກ ເພິ່ນສົ່ງພວກເຫຼົ່ານີ້ມາສອດແນມເບິ່ງບ້ານເມືອງເພື່ອເອົາຊະນະພວກເຮົາ.”
ນາງຣາຮາບໄດ້ເອົານັກສືບສອດແນມທັງສອງໄປເຊື່ອງໄວ້ເທິງຫລັງຄາພຽງ ໃນກອງລຳຕົ້ນປ່ານທີ່ນາງລຽນໄວ້ຢູ່ຂ້າງເທິງນັ້ນ. ນາງໄດ້ຕອບກະສັດວ່າ, “ພວກເຂົາມາພັກຢູ່ທີ່ເຮືອນຂອງຂ້ານ້ອຍແທ້ຈິງ, ແຕ່ຂ້ານ້ອຍບໍ່ຮູ້ວ່າພວກເຂົາມາຈາກໃສ. ພວກເຂົາອອກໜີໄປແລ້ວແຕ່ເວລາມືດຊຸ້ມກ່ອນປະຕູເມືອງຖືກອັດ. ຂ້ານ້ອຍເອງກໍບໍ່ໄດ້ຖາມວ່າພວກເຂົາຈະໄປທາງໃດ ແຕ່ຖ້າທ່ານຟ້າວອອກຕິດຕາມ ທ່ານອາດຈະຕາມໄປທັນແລະຈັບພວກເຂົາໄດ້.”