Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 2:24 - ພຣະຄຳພີສັກສິ

24 ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ທັງໝົດ​ໃຫ້​ແກ່​ພວກເຮົາ. ປະຊາຊົນ​ທຸກຄົນ​ໃນ​ເມືອງ​ນັ້ນ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ພວກເຮົາ.”

Uka jalj uñjjattʼäta Copia luraña




ໂຢຊວຍ 2:24
16 Jak'a apnaqawi uñst'ayäwi  

ສ່ວນ​ພວກ​ເຈົ້ານາຍ​ຊາວ​ເອໂດມ​ກໍ​ຢ້ານ​ໃຫຍ່; ຊາວ​ໂມອາບ​ຜູ້​ເກັ່ງກ້າ​ກໍ​ເກີດ​ຢ້ານ​ໃຈ​ສັ່ນເຊັນ. ສ່ວນ​ຊາວ​ການາອານ​ຊໍ້າ​ໝົດ​ກຳລັງ​ໃຈ​ຫຼາຍ; ຕົກໃຈ​ຢ້ານ​ແລະ​ໄຫວຫວັ່ນ​ຍ້ອນ​ຄວາມກົວ.


ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ນໍ້າ​ເຢັນ​ໃຫ້​ຄວາມ​ສົດຊື່ນ​ແກ່​ຜູ້​ເກັບກ່ຽວ​ໃນ​ຍາມຮ້ອນ​ສັນໃດ ຜູ້ນຳຂ່າວ​ທີ່​ເຊື່ອໃຈ​ໄດ້​ກໍ​ເຮັດ​ໃຫ້​ຜູ້ໃຊ້​ຕົນໄປ​ຊື່ນບານ​ໃຈ​ສັນນັ້ນ.


ຢ່າ​ໃຫ້​ໜັງສື​ກົດບັນຍັດ​ນີ້​ຫ່າງໄກ​ຈາກ​ປາກ​ຂອງ​ເຈົ້າ. ຈົ່ງ​ພາວັນນາ​ເອົາ​ທຸກວັນ​ທຸກຄືນ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຈະ​ປະສົບ​ຄວາມ​ສຳເລັດ.


ແລ້ວ​ນັກສືບ​ສອດແນມ​ທັງສອງ​ຄົນ ກໍ​ລົງ​ມາ​ຈາກ​ເນີນພູ​ຂ້າມ​ແມ່ນໍ້າ​ຄືນ​ໄປ​ຫາ​ໂຢຊວຍ ແລະ​ເລົ່າ​ເຫດການ​ທຸກຢ່າງ​ທີ່​ເກີດຂຶ້ນ​ສູ່​ເພິ່ນ​ຟັງ.


ເມື່ອ​ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກະສັດ​ທັງໝົດ​ຂອງ​ຊາວ​ການາອານ ທີ່​ຢູ່​ໃກ້​ທະເລ​ເມດີແຕຣາເນ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແມ່ນໍ້າ​ຈໍແດນ​ແຫ້ງ ຈົນ​ປະຊາຊົນ​ອິດສະຣາເອນ​ຂ້າມ​ໄປ​ໄດ້; ກະສັດ​ເຫຼົ່ານີ້​ຕ່າງ​ກໍ​ຢ້ານກົວ​ແລະ​ເສຍຂວັນ​ຍ້ອນ​ຊາວ​ອິດສະຣາເອນ.


ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ເຮົາ​ໄດ້​ມອບ​ເມືອງ​ເຢຣິໂກ​ແລະ​ກະສັດ​ໃນ​ເມືອງ​ນີ້ ຕະຫລອດ​ທັງ​ທະຫານ​ທີ່​ເກັ່ງກ້າ​ໄວ້​ໃນ​ກຳມື​ຂອງເຈົ້າ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ວ່າ, “ຈົ່ງ​ນຳ​ເອົາ​ທະຫານ​ທັງໝົດ​ຂຶ້ນ​ໄປ​ສູ່​ເມືອງ​ອາອີ. ຢ່າຢ້ານ​ຫລື​ທໍ້ຖອຍ​ໃຈ​ເລີຍ. ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ​ກະສັດ​ແຫ່ງ​ອາອີ, ປະຊາຊົນ, ເມືອງ ຕະຫລອດ​ທັງ​ດິນແດນ​ຂອງ​ລາວ​ດ້ວຍ.


ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ໃຫ້​ເຜົ່າຢູດາ​ໄປ​ກ່ອນ ເພາະ​ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ຜູ້​ຄອບຄອງ​ດິນແດນ​ນັ້ນ.”


ເມື່ອ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກເຈົ້າ​ຈະ​ພົບ​ວ່າ​ຊາວ​ເມືອງ​ນັ້ນ​ບໍ່ໄດ້​ສົງໄສ​ສິ່ງໃດໆ​ເລີຍ. ມັນ​ເປັນ​ເມືອງ​ໃຫຍ່​ແລະ​ທັງ​ມີ​ທຸກສິ່ງ​ທີ່​ຕ້ອງການ​ດ້ວຍ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບ​ເມືອງ​ນັ້ນ​ໃຫ້​ແກ່​ພວກເຈົ້າ​ແລ້ວ.”


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ໄດ້​ສັ່ງ​ກີເດໂອນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ບຸກໂຈມຕີ​ທີ່ໝັ້ນ​ຂອງ​ພວກເຂົາ; ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka