Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 2:22 - ພຣະຄຳພີສັກສິ

22 ນັກສືບ​ສອດແນມ​ທັງສອງ​ຄົນ​ໄດ້​ຂຶ້ນ​ໄປ​ລີ້​ຢູ່​ເທິງ​ເນີນພູ. ສ່ວນ​ຄົນ​ຂອງ​ກະສັດ​ກໍ​ອອກ​ຄົ້ນ​ຫາ​ພວກເຂົາ ທົ່ວ​ຂົງເຂດ​ຊົນນະບົດ​ເປັນ​ເວລາ​ສາມ​ວັນ; ເມື່ອ​ຊອກ​ຫາ​ບໍ່​ພົບ ພວກເຂົາ​ຈຶ່ງ​ກັບ​ເມືອ​ເມືອງ​ເຢຣິໂກ.

Uka jalj uñjjattʼäta Copia luraña




ໂຢຊວຍ 2:22
5 Jak'a apnaqawi uñst'ayäwi  

ບັນດາ​ຂ້າຣາຊການ​ຂອງ​ອັບຊາໂລມ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຫລັງ​ນັ້ນ ແລະ​ຖາມ​ຍິງ​ນັ້ນ​ວ່າ, “ອາຮີມາອາດ​ແລະ​ໂຢນາທານ​ຢູ່​ໃສ?” ນາງ​ຕອບ​ວ່າ, “ພວກເຂົາ​ຂ້າມ​ແມ່ນໍ້າ​ໄປ​ແລ້ວ.” ເມື່ອ​ຊາຍ​ເຫຼົ່ານັ້ນ​ຊອກ​ຫາ​ຊາຍ​ທັງສອງ​ບໍ່​ພົບ​ຈຶ່ງ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.


ນາງ​ຣາຮາບ​ຕົກລົງ​ແລະ​ສົ່ງ​ຊາຍ​ທັງສອງ​ຄົນ​ນັ້ນ​ອອກ​ໜີໄປ. ເມື່ອ​ພວກເຂົາ​ໜີໄປ​ແລ້ວ ນາງ​ກໍ​ເອົາ​ເຊືອກ​ສີແດງ​ຜູກ​ໄວ້​ທີ່​ປ່ອງຢ້ຽມ.


ແລ້ວ​ນັກສືບ​ສອດແນມ​ທັງສອງ​ຄົນ ກໍ​ລົງ​ມາ​ຈາກ​ເນີນພູ​ຂ້າມ​ແມ່ນໍ້າ​ຄືນ​ໄປ​ຫາ​ໂຢຊວຍ ແລະ​ເລົ່າ​ເຫດການ​ທຸກຢ່າງ​ທີ່​ເກີດຂຶ້ນ​ສູ່​ເພິ່ນ​ຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka