Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 2:2 - ພຣະຄຳພີສັກສິ

2 ກະສັດ​ແຫ່ງ​ເມືອງ​ເຢຣິໂກ​ໄດ້ຍິນ​ຂ່າວ​ວ່າ ມີ​ຊາວ​ອິດສະຣາເອນ​ບາງຄົນ​ໄດ້​ເຂົ້າ​ມາ​ໃນ​ຄືນນັ້ນ ເພື່ອ​ສອດແນມ​ເບິ່ງ​ດິນແດນ.

Uka jalj uñjjattʼäta Copia luraña




ໂຢຊວຍ 2:2
7 Jak'a apnaqawi uñst'ayäwi  

ຖ້າ​ພຣະເຈົ້າຢາເວ​ບໍ່​ກໍ່​ບ້ານ ສ້າງ​ເຮືອນ​ຊານ, ວຽກການ​ຄົນ​ກໍ່ສ້າງ​ທັງໝົດ​ກໍ​ໄຮ້ປະໂຫຍດ. ຖ້າ​ພຣະເຈົ້າຢາເວ​ບໍ່​ປ້ອງກັນ​ບ້ານເມືອງ, ທະຫານ​ຢືນ​ຍາມ​ກໍ​ໃຊ້​ການ​ຫຍັງ​ບໍ່ໄດ້.


ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.


ເຮົາ​ເປັນ​ພຣະເຈົ້າ ເຮົາ​ເປັນ​ຢູ່ສືບໄປ ບໍ່ມີ​ຜູ້ໃດ​ປົບໜີ​ຈາກ​ຣິດອຳນາດ​ຂອງເຮົາ​ໄດ້. ມີ​ຜູ້ໃດ​ແດ່​ທີ່​ປ່ຽນແປງ​ເຫດການ​ຕ່າງໆ​ໄດ້​ນໍ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ​ບໍ່ມີ​ຜູ້ໃດ​ປ່ຽນແປງ​ໄດ້.”


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ບອກ​ນາງ​ຣາຮາບ​ວ່າ, “ຊາຍ​ທີ່​ມາ​ພັກ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ນັ້ນ ໄດ້​ມາ​ສອດແນມ​ເບິ່ງ​ທົ່ວ​ດິນແດນ ຈົ່ງ​ນຳ​ພວກເຂົາ​ອອກ​ມາ.”


ດັ່ງນັ້ນ ຊາວ​ດານ​ຈຶ່ງ​ຄັດເລືອກ​ເອົາ​ຊາຍ​ທີ່​ອົງອາດ​ກ້າຫານ ຫ້າ​ຄົນ​ຈາກ​ທຸກ​ຄອບຄົວ​ໃນ​ເຜົ່າ​ຂອງຕົນ ແລະ​ໃຊ້​ພວກເຂົາ​ຈາກ​ເມືອງ​ໂຊຣາ ແລະ​ເອຊະຕາໂອນ ໄປ​ສຳຫລວດ​ເບິ່ງ​ດິນແດນ​ຕາມ​ຄຳສັ່ງ. ພໍ​ມາ​ເຖິງ​ເຂດ​ເນີນພູ​ເອຟຣາອິມ ພວກເຂົາ​ກໍ​ມາ​ຢູ່​ທີ່​ເຮືອນ​ຂອງ​ມີກາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka