Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 2:19 - ພຣະຄຳພີສັກສິ

19 ຖ້າ​ຜູ້ໃດ​ອອກ​ຈາກ​ເຮືອນ​ໄປ ລາວ​ຈະ​ຕ້ອງ​ຕາຍ​ເພາະ​ຄວາມຜິດ​ຂອງຕົນເອງ ພວກຂ້ອຍ​ຈະ​ບໍ່​ຮັບຜິດຊອບ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເຮືອນ​ນຳ​ເຈົ້າ​ຖືກ​ທຳຮ້າຍ ແລ້ວ​ພວກຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮັບຜິດຊອບ.

Uka jalj uñjjattʼäta Copia luraña




ໂຢຊວຍ 2:19
23 Jak'a apnaqawi uñst'ayäwi  

ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”


ມັນ​ເປັນ​ການ​ຊົ່ວຮ້າຍ​ໜັກ​ສໍ່າໃດ ເມື່ອ​ຄົນ​ອະທຳ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຊຶ່ງ​ກຳລັງ​ນອນ​ຢູ່​ໃນ​ເຮືອນ​ຂອງຕົນ. ບັດນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າ​ທີ່​ໄດ້ຂ້າ​ລາວ ແລະ​ທຳລາຍ​ພວກເຈົ້າ​ໃຫ້​ໝົດສິ້ນ​ໄປ​ຈາກ​ແຜ່ນດິນ​ໂລກນີ້.”


ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ.


ເລືອດ​ທີ່​ປະຕູ​ເຮືອນ​ນັ້ນ ຈະ​ເປັນ​ໝາຍສຳຄັນ​ບອກ​ວ່າ ເປັນ​ເຮືອນ​ທີ່​ພວກເຈົ້າ​ອາໄສ​ຢູ່. ເມື່ອ​ເຮົາ​ເຫັນ​ເລືອດ​ນັ້ນ ເຮົາ​ຈະ​ຜ່ານ​ເວັ້ນ​ໄປ ແລະ​ຈະ​ບໍ່​ທຳຮ້າຍ​ພວກເຈົ້າ ເວລາ​ເຮົາ​ລົງໂທດ​ຊາວ​ເອຢິບ.


ຈົ່ງ​ເອົາ​ໃບ​ຫູສົບ​ມັດ​ໜຶ່ງ​ຈຸ່ມ​ລົງ​ໃນ​ຂັນ ທີ່​ມີ​ເລືອດ​ແລະ​ທາ​ເລືອດ​ນັ້ນ​ໃສ່​ອ້ອມ​ຂອບ​ວົງ​ປະຕູ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ອອກ​ຈາກ​ເຮືອນ​ຈົນກວ່າ​ຈະ​ຮຸ່ງ​ເຊົ້າ.


ເມື່ອ​ພຣະເຈົ້າຢາເວ​ຜ່ານ​ດິນແດນ​ເອຢິບ​ໄປ ເພື່ອ​ຂ້າ​ຊາວ​ເອຢິບ​ນັ້ນ ພຣະເຈົ້າຢາເວ​ຈະ​ເຫັນ​ເລືອດ​ທີ່​ທາ​ອ້ອມ​ຂອບ​ໄມ້​ວົງປະຕູ ແລະ​ຈະ​ບໍ່​ໃຫ້​ທູດ​ແຫ່ງ​ຄວາມຕາຍ ເຂົ້າ​ໄປ​ໃນ​ເຮືອນ ແລະ​ປະຫານ​ພວກເຈົ້າ.


ຊາຍ​ຄົນ​ໜຶ່ງ​ທີ່​ສົມສູ່​ກັບ​ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ ກໍ​ເຮັດ​ໃຫ້​ພໍ່​ຕົນ​ໄດ້​ຮັບ​ຄວາມ​ເສື່ອມເສຍ ແລະ​ອັບອາຍຂາຍໜ້າ; ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ; ລາວ​ຮັບຜິດຊອບ​ລາວ​ເອງ​ຕໍ່​ການ​ຕາຍ​ຂອງ​ລາວ​ນັ້ນ.


ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ ບໍ່​ຕ້ອງ​ລົງ​ມາ​ເກັບ​ເອົາ​ສິ່ງຂອງ​ອອກ​ໄປ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ດ້ວຍເຫດນັ້ນ ໃນວັນນີ້ ຂ້າພະເຈົ້າ​ຈຶ່ງ​ກ່າວ​ເລື່ອງ​ນີ້​ແກ່​ພວກທ່ານ​ຢ່າງ​ໜັກແໜ້ນ​ວ່າ ຂ້າພະເຈົ້າ​ບໍ່ມີ​ໂທດ​ໃນ​ຊາຕາກຳ​ຂອງ​ພວກທ່ານ​ທຸກຄົນ.


ແຕ່​ໂປໂລ​ກ່າວ​ແກ່​ນາຍຮ້ອຍ​ໂຣມ​ກັບ​ພວກ​ທະຫານ​ວ່າ, “ຖ້າ​ຄົນ​ເຫຼົ່ານີ້​ບໍ່​ຢູ່​ໃນ​ເຮືອ ພວກທ່ານ​ຈະ​ບໍ່​ລອດຊີວິດ.”


ແລະ​ຈະ​ໄດ້​ປາກົດ​ຢູ່​ໃນ​ພຣະອົງ ໂດຍ​ບໍ່ມີ​ຄວາມ​ຊອບທຳ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ກົດບັນຍັດ ແຕ່​ມີ​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ເປັນ​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ອາໄສ​ຄວາມເຊື່ອ.


ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?


ບັດນີ້ ຈົ່ງ​ສາບານ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ຄອບຄົວ​ຂອງຂ້ອຍ​ຢ່າງ​ມີ​ໃຈ​ເມດຕາ ເໝືອນ​ດັ່ງ​ທີ່​ຂ້ອຍ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ ແລະ​ຈົ່ງ​ເຮັດ​ສັນຍາລັກ​ໃຫ້​ຂ້ອຍ​ໄດ້​ເຫັນ​ວ່າ​ພວກເຈົ້າ​ເປັນ​ຜູ້​ທີ່​ໄວ້ວາງໃຈ​ໄດ້


ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ເຈົ້າ​ບໍ່​ບອກ​ຜູ້ໃດ​ວ່າ ພວກຂ້ອຍ​ກຳລັງ​ມາ​ເຮັດ​ຫຍັງ, ພວກຂ້ອຍ​ກໍ​ຂໍ​ສັນຍາ​ວ່າ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ມອບ​ດິນແດນ​ນີ້​ໃຫ້​ພວກຂ້ອຍ​ແລ້ວ ພວກຂ້ອຍ​ຈະ​ປະຕິບັດ​ຕໍ່​ເຈົ້າ​ເປັນ​ຢ່າງດີ. ຖ້າ​ພວກຂ້ອຍ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້ ຂໍ​ໃຫ້​ພຣະເຈົ້າ​ເອົາ​ຊີວິດ​ຂອງ​ພວກຂ້ອຍ​ໄປ​ເທີ້ນ.”


ເຖິງຢ່າງໃດ​ກໍຕາມ ຖ້າ​ເຈົ້າ​ບອກ​ຄົນ​ຜູ້ໃດ​ຜູ້ໜຶ່ງ​ວ່າ ພວກຂ້ອຍ​ມາ​ເຮັດ​ຫຍັງ​ໃນ​ທີ່​ນີ້ ແລ້ວ​ພວກຂ້ອຍ​ກໍ​ຈະ​ບໍ່​ຖື​ຮັກສາ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka