17 ສອດແນມທັງສອງຄົນໄດ້ບອກນາງວ່າ, “ພວກຂ້ອຍຈະເຮັດຕາມຄຳສັນຍາທີ່ມີໄວ້ກັບເຈົ້າ.
ແຕ່ກະສັດໄດ້ໄວ້ຊີວິດເມຟີໂບເຊັດ ລູກຊາຍຂອງໂຢນາທານແລະຫລານຊາຍຂອງໂຊນ ກໍຍ້ອນຄຳສາບານແຫ່ງພຣະເຈົ້າຢາເວລະຫວ່າງດາວິດກັບໂຢນາທານລູກຊາຍຂອງໂຊນ.
ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ, ພຣະເຈົ້າຢາເວຈະເອົາໂທດກັບທຸກໆຄົນທີ່ເຮັດເຊັ່ນນັ້ນ.
ເມື່ອຊາຍຄົນໜຶ່ງບະບົນໄວ້ວ່າຈະຖວາຍສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະເຈົ້າຢາເວ ຫລືສາບານວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ; ລາວຕ້ອງບໍ່ເຮັດຜິດຄຳສັນຍາ, ແຕ່ຈະຕ້ອງເຮັດຕາມທີ່ໄດ້ເວົ້າໄວ້ທຸກປະການ.
ແຕ່ເຈົ້າຈະຕ້ອງເຮັດດັ່ງນີ້: ເມື່ອພວກຂ້ອຍກັບມາບຸກໂຈມຕີດິນແດນຂອງເຈົ້າ ໃຫ້ເຈົ້າເອົາເຊືອກສີແດງນີ້ ຜູກໃສ່ປ່ອງຢ້ຽມໄວ້ໃນບ່ອນທີ່ເຈົ້າຢ່ອນພວກຂ້ອຍລົງ. ໃຫ້ເອົາພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄອບຄົວຂອງເຈົ້າທຸກຄົນ ມາໂຮມກັນຢູ່ໃນເຮືອນຂອງເຈົ້າ.
ເຖິງຢ່າງໃດກໍຕາມ ຖ້າເຈົ້າບອກຄົນຜູ້ໃດຜູ້ໜຶ່ງວ່າ ພວກຂ້ອຍມາເຮັດຫຍັງໃນທີ່ນີ້ ແລ້ວພວກຂ້ອຍກໍຈະບໍ່ຖືຮັກສາຄຳສັນຍາທີ່ມີໄວ້ກັບເຈົ້າ.”