Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 2:14 - ພຣະຄຳພີສັກສິ

14 ດັ່ງນັ້ນ ຊາຍ​ທັງສອງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ເຈົ້າ​ບໍ່​ບອກ​ຜູ້ໃດ​ວ່າ ພວກຂ້ອຍ​ກຳລັງ​ມາ​ເຮັດ​ຫຍັງ, ພວກຂ້ອຍ​ກໍ​ຂໍ​ສັນຍາ​ວ່າ ເມື່ອໃດ​ທີ່​ພຣະເຈົ້າຢາເວ​ມອບ​ດິນແດນ​ນີ້​ໃຫ້​ພວກຂ້ອຍ​ແລ້ວ ພວກຂ້ອຍ​ຈະ​ປະຕິບັດ​ຕໍ່​ເຈົ້າ​ເປັນ​ຢ່າງດີ. ຖ້າ​ພວກຂ້ອຍ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້ ຂໍ​ໃຫ້​ພຣະເຈົ້າ​ເອົາ​ຊີວິດ​ຂອງ​ພວກຂ້ອຍ​ໄປ​ເທີ້ນ.”

Uka jalj uñjjattʼäta Copia luraña




ໂຢຊວຍ 2:14
18 Jak'a apnaqawi uñst'ayäwi  

ມາບັດນີ້ ຖ້າ​ພວກເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ ແລະ​ຄວາມ​ສັດຊື່​ຕໍ່​ນາຍ​ຂອງຂ້ອຍ​ແລະ​ຈິງໃຈ​ຕໍ່​ເພິ່ນ ຈົ່ງ​ບອກ​ໃຫ້​ຂ້ອຍ​ຮູ້ ຫລື​ຖ້າ​ເປັນ​ໄປ​ບໍ່ໄດ້​ກໍ​ໃຫ້​ບອກ​ມາ ແລະ​ຂ້ອຍ​ຈະ​ຕັດສິນໃຈ​ໄດ້​ວ່າ ຄວນ​ຈະ​ເຮັດ​ແນວ​ໃດ​ໃນ​ຂັ້ນ​ຕໍ່ໄປ.”


ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.


ເພິ່ນ​ຈຶ່ງ​ສົ່ງ​ບາງຄົນ​ໄປ​ທີ່​ນັ້ນ ເພື່ອ​ນຳ​ຂ່າວ​ໄປ​ບອກ​ຊາວ​ຢາເບັດ​ກີເລອາດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກທ່ານ ສຳລັບ​ຄວາມ​ຈົງຮັກ​ພັກດີ ທີ່​ມີ​ຕໍ່​ກະສັດ​ຂອງ​ພວກທ່ານ​ໂດຍ​ໄດ້​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້.


ບັດນີ້ ຂໍ​ພຣະເຈົ້າຢາເວ​ໃຫ້​ຄວາມ​ເມດຕາ​ແລະ​ຄວາມ​ສັດຊື່​ຕໍ່​ພວກທ່ານ​ເຖີດ ແລະ​ຂ້າພະເຈົ້າ​ເອງ​ກໍ​ຈະ​ເຮັດ​ດີ​ຕໍ່​ພວກທ່ານ ເພາະ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ນັ້ນ.


ມີ​ມື້​ໜຶ່ງ ກະສັດ​ດາວິດ​ໄດ້​ຖາມ​ວ່າ, “ມີ​ຜູ້ໃດ​ແດ່​ໃນ​ຄອບຄົວ​ຂອງ​ໂຊນ ທີ່​ຍັງ​ມີ​ຊີວິດ​ຢູ່? ຖ້າ​ມີ ເຮົາ​ຈະ​ໃຫ້​ຄວາມ​ເມດຕາ​ຊ່ວຍເຫລືອ​ລາວ​ເພື່ອ​ເຫັນ​ແກ່​ໂຢນາທານ.”


ພໍ​ກະສັດ​ອິດສະຣາເອນ​ຜ່ານ​ມາ ຜູ້ທຳນວາຍ​ຄົນ​ນີ້​ກໍ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຂ້າແດ່​ພະຣາຊາ ເມື່ອ​ຂ້ານ້ອຍ​ຕໍ່ສູ້​ໃນ​ສະໜາມຮົບ ມີ​ທະຫານ​ຄົນ​ໜຶ່ງ​ພາ​ຊະເລີຍ​ມາ​ຫາ​ຂ້ານ້ອຍ ແລະ​ສັ່ງ​ວ່າ, ‘ຈົ່ງ​ເຝົ້າ​ຮັກສາ​ຊາຍ​ຄົນ​ນີ້; ຖ້າ​ລາວ​ໜີໄປ ເຈົ້າ​ຈະ​ຕ້ອງ​ເອົາ​ຊີວິດ​ຂອງ​ເຈົ້າ​ເປັນ​ຄ່າ​ໃຊ້​ທົດແທນ ຫລື​ເອົາ​ເງິນ​ສົດ​ສາມພັນ​ຫລຽນ​ໃຊ້​ແທນ.’


ຜູ້​ທີ່​ເຮັດ​ດີ​ຍ່ອມ​ມີ​ຄົນ​ນັບຖື​ແລະ​ວາງໃຈເຊື່ອ, ແຕ່​ຜູ້​ທີ່​ເຮັດ​ຊົ່ວ​ພາ​ຕົວ​ສູນເສຍ​ໄປ.


ເພື່ອນ​ບາງຄົນ​ນຳ​ຄວາມ​ຈິບຫາຍ​ມາ​ໃຫ້, ແຕ່​ໝູ່ເພື່ອນ​ບາງຄົນ​ສັດຊື່​ກວ່າ​ອ້າຍ​ເອື້ອຍ​ນ້ອງ.


ຜູ້ໃດ​ມີ​ໃຈ​ກະລຸນາ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ ພຣະ​ກະລຸນາ​ຕອບ


ແລ້ວ​ນາຍພັນ​ຈຶ່ງ​ເວົ້າ​ວ່າ, “ຢ່າ​ສູ່​ບອກ​ຜູ້ໃດ ວ່າ​ເຈົ້າ​ໄດ້​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ.” ແລ້ວ​ເພິ່ນ​ກໍ​ສົ່ງ​ລາວ​ໃຫ້​ກັບ​ໄປ.


ຈົ່ງ​ສັນຍາ​ຕໍ່​ຂ້ອຍ​ວ່າ, ພວກເຈົ້າ​ຈະ​ໄວ້​ຊີວິດ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ແລະ​ຄອບຄົວ​ຂອງ​ພວກເຂົາ. ຂໍ​ຢ່າ​ປ່ອຍ​ໃຫ້​ພວກເຮົາ​ຕ້ອງ​ຖືກ​ຂ້າ​ເລີຍ.”


ເນື່ອງ​ຈາກ​ນາງ​ຣາຮາບ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຕິດ​ກັບ​ກຳແພງ​ເມືອງ. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ຢ່ອນ​ເຊືອກ​ໃຫ້​ຊາຍ​ທັງສອງ​ລົງ​ທາງ​ປ່ອງຢ້ຽມ ແລະ​ບອກ​ວ່າ, “ເພື່ອ​ບໍ່​ໃຫ້​ຄົນ​ຂອງ​ກະສັດ​ພົບ​ພວກເຈົ້າ


ຈົ່ງ​ທຳລາຍ​ເມືອງ​ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໃຫ້​ຈົນກ້ຽງ ເພື່ອ​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ, ແຕ່​ໃຫ້​ໄວ້​ຊີວິດ​ນາງ​ຣາຮາບ ຍິງ​ໂສເພນີ​ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ​ຂອງ​ພວກເຮົາ​ໄວ້.


ແລ້ວ​ໂຢຊວຍ​ກໍໄດ້​ບອກ​ຊາຍ​ສອງ​ຄົນ​ທີ່​ເຄີຍ​ເປັນ​ນັກສືບ​ສອດແນມ​ວ່າ, “ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ແລະ​ນຳ​ເອົາ​ນາງ ພ້ອມ​ກັບ​ທຸກຄົນ​ໃນ​ເຮືອນ​ຂອງ​ນາງ​ອອກ​ມາ ຕາມ​ທີ່​ໄດ້​ສັນຍາ​ໄວ້.”


ແຕ່​ໂຢຊວຍ​ໄດ້​ໄວ້​ຊີວິດ​ນາງ​ຣາຮາບ​ຍິງ​ໂສເພນີ ພ້ອມ​ທັງ​ຍາດຕິພີ່ນ້ອງ​ທັງໝົດ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ ທີ່​ເພິ່ນ​ໄດ້​ໃຊ້​ໄປ​ເມືອງ​ເຢຣິໂກ. ເຊື້ອສາຍ​ຂອງ​ນາງ​ຣາຮາບ​ໄດ້​ຢູ່​ໃນ​ອິດສະຣາເອນ​ຈົນເຖິງ​ທຸກ​ວັນນີ້.


ຂໍ​ໃຫ້​ເຈົ້າ​ຈົ່ງ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງຂ້ອຍ​ດ້ວຍ​ເທີ້ນ ແລະ​ຈົ່ງ​ຮັກສາ​ຄຳສັນຍາ​ອັນ​ສັກສິດ​ທີ່​ເຈົ້າ​ໄດ້​ມີ​ຕໍ່​ຂ້ອຍ, ແຕ່​ຖ້າ​ຂ້ອຍ​ເປັນ​ຄົນ​ຜິດ ກໍ​ຂໍ​ໃຫ້​ເຈົ້າ​ເປັນ​ຜູ້​ຂ້າ​ຂ້ອຍ​ເອງ ແລະ​ບໍ່​ຕ້ອງ​ໃຫ້​ພໍ່​ຂອງເຈົ້າ​ລົງມື​ຂ້າ​ຂ້ອຍ​ດອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka