ໂຢຊວຍ 2:11 - ພຣະຄຳພີສັກສິ11 ພໍເມື່ອພວກເຮົາໄດ້ຍິນເລື່ອງລາວຕ່າງໆນັ້ນແລ້ວ ພວກເຮົາຈຶ່ງຢ້ານແລະທຸກຄົນຕ່າງກໍເສຍຂວັນເພາະພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແມ່ນພຣະເຈົ້າທີ່ເທິງສະຫວັນແລະທີ່ເທິງແຜ່ນດິນໂລກ. Uka jalj uñjjattʼäta |
ພວກເຂົາໄດ້ຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ເຮັດເຊັ່ນນີ້ ເພາະຮູ້ວ່າເປັນຄວາມຈິງແທ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງ ໃຫ້ມອບດິນແດນທັງໝົດນີ້ແກ່ພວກທ່ານ ແລະຍັງສັ່ງພວກທ່ານໃຫ້ຂ້າທຸກຄົນໃນບ່ອນທີ່ພວກທ່ານໄດ້ເຂົ້າຢຶດຄອງ. ພວກຂ້ານ້ອຍໄດ້ເຮັດລົງໄປ ເພາະພວກຂ້ານ້ອຍຢ້ານພວກທ່ານຫລາຍ ພວກຂ້ານ້ອຍຢ້ານຕາຍ.