ໂຢຊວຍ 2:1 - ພຣະຄຳພີສັກສິ1 ແລ້ວໂຢຊວຍລູກຊາຍຂອງນູນກໍໄດ້ສົ່ງສອດແນມສອງຄົນຈາກຄ້າຍພັກທີ່ຊິດຕິມ ພ້ອມທັງສັ່ງໃຫ້ພວກເຂົາໄປສຳຫລວດເບິ່ງດິນແດນການາອານຢ່າງລັບໆ ໂດຍສະເພາະແລ້ວແມ່ນຕົວເມືອງເຢຣິໂກ. ເມື່ອມາຮອດເມືອງເຢຣິໂກແລ້ວ ສອດແນມທັງສອງຄົນກໍໄດ້ນອນຄ້າງຄືນຢູ່ໃນເຮືອນຂອງຍິງໂສເພນີຄົນໜຶ່ງຊື່ວ່າ ຣາຮາບ. Uka jalj uñjjattʼäta |
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”