9 ດ້ວຍວ່າ, ສ່ວນທີ່ໄດ້ມອບໃຫ້ເຜົ່າຢູດານັ້ນໃຫຍ່ເກີນຄວາມຕ້ອງການ. ດັ່ງນັ້ນ ສ່ວນໜຶ່ງໃນເຂດແດນນີ້ຈຶ່ງຖືກມອບໝາຍໃຫ້ແກ່ເຜົ່າຊີເມໂອນ.
ຂ້ອຍຂໍສາບແຊ່ງໄວ້ ຄວາມໂຫດຫ້ຽມຂອງພວກເຂົາ. ຍ້ອນເມົາມົວໂມໂຫຈຶ່ງລືມຕົວເຮັດຊົ່ວໄວ້. ຂ້ອຍຈະໃຫ້ພວກເຂົາແຕກກະຈັດກະຈາຍໄປທົ່ວອິດສະຣາເອນ; ຂ້ອຍຈະໃຫ້ພວກເຂົາແຕກກັນໃນພວກເຂົາເຈົ້າ.
ເມື່ອຊັ່ງເບິ່ງແລ້ວ ຜູ້ທີ່ເກັບເອົາຫລາຍກໍບໍ່ໄດ້ເຫຼືອ ແລະຜູ້ທີ່ເກັບເອົາໜ້ອຍກໍບໍ່ໄດ້ຂາດ. ທຸກຄົນເກັບເອົາໄດ້ພໍດີກັບທີ່ຕົນກິນອີ່ມ.
ໃນການແບ່ງປັນດິນແດນເທື່ອນີ້ ຈົ່ງໃຊ້ສະຫລາກເປັນວິທີແບ່ງປັນ ແລະເຜົ່າໃດທີ່ມີຈຳນວນຄົນຫລາຍ ກໍຈະໄດ້ສ່ວນແບ່ງດິນແດນຫລາຍ ແລະເຜົ່າໃດທີ່ມີຈຳນວນຄົນໜ້ອຍ ກໍຈະໄດ້ສ່ວນແບ່ງດິນແດນໜ້ອຍ.”
ການໃຊ້ສະຫລາກຄັ້ງທີສາມໄດ້ຕົກຖືກຄອບຄົວຕ່າງໆໃນເຜົ່າເຊບູໂລນ. ດິນແດນທີ່ພວກເຂົາໄດ້ຮັບນີ້ໄກອອກໄປຈົນເຖິງສາຣິດ.
ເຂດແດນນີ້ຮວມເອົາທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມເມືອງເຫຼົ່ານີ້ ໄປຈົນເຖິງບາອາລາດເບເອ (ຫລືຣາມາໃນເນເກັບ) ທາງທິດໃຕ້. ເຂດແດນນີ້ເປັນສ່ວນທີ່ຄອບຄົວຕ່າງໆໃນເຜົ່າຊີເມໂອນໄດ້ຮັບເປັນກຳມະສິດຂອງພວກເຂົາ.