Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:51 - ພຣະຄຳພີສັກສິ

51 ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ພວກ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ບັນດາ​ເຜົ່າ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ຮັບ​ມອບໝາຍ​ດິນແດນ​ເຫຼົ່ານີ້​ໂດຍ​ການ​ໃຊ້​ສະຫລາກ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ດ້ວຍ​ການ​ກະທຳ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ພວກເຂົາ​ຈຶ່ງ​ໄດ້​ແບ່ງປັນ​ດິນແດນ​ເປັນ​ທີ່​ສຳເລັດ.

Uka jalj uñjjattʼäta Copia luraña




ໂຢຊວຍ 19:51
18 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ພຣະອົງ​ຍັງ​ໄດ້​ປະຖິ້ມ​ຫໍເຕັນ​ທີ່​ເມືອງ​ຊີໂລ ຊຶ່ງ​ເປັນ​ທີ່​ປະທັບ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ຈິງ, ແຕ່​ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງຂວາ ຫລື​ເບື້ອງຊ້າຍ​ຂອງເຮົາ​ນັ້ນ​ບໍ່ແມ່ນ​ໜ້າທີ່​ຂອງເຮົາ​ຈະ​ຈັດ​ໃຫ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຈັດຕຽມ​ໄວ້​ແລ້ວ​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ​ຜູ້ນັ້ນ.”


ແລ້ວ​ຈອມ​ກະສັດ​ກໍ​ຈະ​ກ່າວ​ແກ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາເຖີດ ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພຣະພອນ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ຈົ່ງ​ມາ​ຮັບ​ເອົາ​ຣາຊອານາຈັກ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ ຕັ້ງແຕ່​ຕົ້ນເດີມ​ສ້າງ​ໂລກ.


ດ້ວຍວ່າ, ພຣະອົງ​ໃຫ້​ພຣະບຸດ​ມີ​ສິດ​ອຳນາດ​ເໜືອ​ມະນຸດ​ທັງປວງ ເພື່ອ​ວ່າ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິຣັນດອນ​ແກ່​ທຸກຄົນ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພຣະບຸດ​ນັ້ນ.


ພຣະອົງ​ໄດ້​ທຳລາຍ​ເຈັດ​ຊົນຊາດ​ໃນ​ດິນແດນ​ການາອານ ແລະ​ຍົກ​ແຜ່ນດິນ​ຂອງ​ຊາດ​ເຫຼົ່ານັ້ນ ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເປັນ​ກຳມະສິດ.


ຕໍ່ໄປນີ້​ແມ່ນ​ການ​ແບ່ງປັນ​ດິນແດນ​ການາອານ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ປະຊາຊົນ​ອິດສະຣາເອນ. ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊາວ​ອິດສະຣາເອນ​ໃນ​ເຜົ່າ​ຕ່າງໆ ໄດ້​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ພົນລະເມືອງ​ຂອງ​ພວກເຂົາ.


ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.


ໂຢຊວຍ​ໄດ້​ໃຊ້​ສະຫລາກ​ໃຫ້​ພວກເຂົາ​ຢູ່​ທີ່​ຊີໂລ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ທຸກໆ​ເຜົ່າ​ທີ່​ເຫຼືອ​ຢູ່​ນັ້ນ ຕາມ​ສ່ວນແບ່ງ​ຂອງ​ໃຜ​ລາວ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂຢຊວຍ ໃຫ້​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ,


ແລ້ວ​ພວກເຂົາ​ກໍ​ຄິດ​ໄດ້​ວ່າ, “ເທດສະການ​ທີ່​ມີ​ຈັດ​ຂຶ້ນ​ປະຈຳ​ປີ ສຳລັບ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.” (ເມືອງ​ຊີໂລ​ຢູ່​ທາງທິດເໜືອ​ຂອງ​ເມືອງ​ເບັດເອນ​ຢູ່​ທາງໃຕ້​ຂອງ​ເລໂບນາ ແລະ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ຖະໜົນ​ລະຫວ່າງ​ເບັດເອນ​ກັບ​ຊີເຄມ.)


ແລະ​ຈອບ​ເບິ່ງ. ເມື່ອ​ຍິງສາວ​ຊາວ​ເມືອງ​ຊີໂລ​ອອກ​ມາ​ຟ້ອນ​ໃນ​ເທດສະການ​ທີ່​ມີ​ຈັດ​ຂຶ້ນ​ປະຈຳ​ປີ​ນັ້ນ ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ສວນ. ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ຢຶດເອົາ​ຍິງ​ຜູ້ໜຶ່ງ​ຈາກ​ພວກ​ແມ່ຍິງ​ເຫຼົ່ານັ້ນ​ໄປ​ເປັນ​ເມຍ. ແລ້ວ​ໃຫ້​ນຳ​ເອົາ​ກັບຄືນ​ເມືອ​ດິນແດນ​ເບັນຢາມິນ​ນຳ​ພວກເຈົ້າ.”


ທຸກໆ​ປີ​ໃດ ເອນການາ​ໄດ້​ອອກ​ຈາກ​ເມືອງ​ຣາມາ ໄປ​ນະມັດສະການ ແລະ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ເມືອງ​ຊີໂລ. ພວກ​ທີ່​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ໃນ​ເມືອງ​ນີ້​ແມ່ນ​ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka