Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:48 - ພຣະຄຳພີສັກສິ

48 ເມືອງ​ເຫຼົ່ານີ້​ພ້ອມ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ໃນ​ດິນແດນ​ນັ້ນ ຕົກ​ເປັນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ດານ. ພວກເຂົາ​ໄດ້​ຮັບ​ເມືອງ​ເຫຼົ່ານັ້ນ​ມາ​ເປັນ​ກຳມະສິດ​ຂອງ​ພວກ​ຕົນ.

Uka jalj uñjjattʼäta Copia luraña




ໂຢຊວຍ 19:48
3 Jak'a apnaqawi uñst'ayäwi  

ຊາຍແດນ​ທາງ​ດ້ານ​ເໜືອ​ຂອງ​ດິນແດນ ແມ່ນ​ນັບ​ແຕ່​ທິດ​ຕາເວັນອອກ ຈາກ​ທະເລ​ເມດີແຕຣາເນ ເຖິງ​ເມືອງ​ເຮດໂລນ, ຊ່ອງແຄບ​ຮາມັດ, ເມືອງ​ຮາຊາ​ເອໂນນ ແລະ​ຊາຍແດນ​ລະຫວ່າງ​ອານາຈັກ​ດາມັສກັດ​ແລະ​ຮາມັດ. ຈົ່ງ​ໃຫ້​ແຕ່ລະເຜົ່າ​ໄດ້​ຮັບ​ສ່ວນ​ໜຶ່ງ​ຂອງ​ດິນແດນ ທີ່​ຕໍ່​ອອກ​ໄປ​ແຕ່​ຊາຍແດນ​ທາງທິດ​ຕາເວັນອອກ ຫາ​ທິດ​ຕາເວັນຕົກ ເຖິງ​ທະເລ​ເມດີແຕຣາເນ ຕາມ​ລຳດັບ​ແຕ່​ເໜືອ​ສູ່​ໃຕ້​ມີ​ດັ່ງນີ້: ດານ ອາເຊ ເນັບທາລີ ມານາເຊ ເອຟຣາອິມ ຣູເບັນ ຢູດາ


ເມື່ອ​ຊາວ​ດານ​ສູນເສຍ​ດິນແດນ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ໄປ​ໂຈມຕີ​ແລະ​ຢຶດຄອງ​ເມືອງ​ເລເຊມ​ໂດຍ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ​ຖິ້ມ ແລະ​ປະກາດ​ເປັນ​ເມືອງ​ຂອງຕົນ. ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ ແລະ​ປ່ຽນ​ຊື່​ຂອງ​ເມືອງ​ເລເຊມ​ມາ​ເປັນ​ເມືອງ​ດານ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ແບ່ງປັນ​ດິນແດນ​ຮຽບຮ້ອຍ​ແລ້ວ ພວກເຂົາ​ໄດ້​ຍົກ​ເອົາ​ສ່ວນ​ຂອງ​ດິນແດນ​ຕອນ​ໜຶ່ງ ມອບ​ໃຫ້​ໂຢຊວຍ​ລູກຊາຍ​ຂອງ​ນູນ​ເພື່ອ​ໃຫ້​ເພິ່ນ​ເປັນ​ກຳມະສິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka