Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 19:46 - ພຣະຄຳພີສັກສິ

46 ເມຢາຣະໂກນ ແລະ ຣັກໂກນ, ຮວມ​ທັງ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ຢົບປາ.

Uka jalj uñjjattʼäta Copia luraña




ໂຢຊວຍ 19:46
10 Jak'a apnaqawi uñst'ayäwi  

ສະນັ້ນ ຈົ່ງ​ຈັດ​ສົ່ງ​ສະບຽງ​ອາຫານ​ມາ​ໃຫ້​ພວກເຮົາ​ຄື: ເຂົ້າບາເລ, ເຂົ້າເດືອຍ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ຕາມ​ທີ່​ທ່ານ​ໄດ້​ສັນຍາ​ໄວ້​ນັ້ນ.


ພວກເຮົາ​ຈະ​ຕັດ​ໄມ້​ສົນສີດາ​ທັງໝົດ​ທີ່​ທ່ານ​ຕ້ອງການ ເຮັດ​ເປັນ​ແພ​ແລະ​ໄຫລ​ນໍ້າ​ທະເລ​ໄປ​ໃຫ້​ຮອດ​ເມືອງ​ຢົບປາ. ຈາກ​ທີ່​ນັ້ນ​ທ່ານ​ຈະ​ຂົນ​ໄປ​ສູ່​ນະຄອນ​ເຢຣູຊາເລັມ​ໄດ້.”


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ເມື່ອ​ໄດ້​ເລົ່າ​ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ສູ່​ພວກເຂົາ​ຟັງ​ແລ້ວ ເພິ່ນ​ກໍ​ໃຊ້​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ເມືອງ​ຢົບປາ​ຢູ່​ໃກ້​ເມືອງ​ລິດດາ ແລະ​ເມື່ອ​ຄົນ​ທີ່​ເຊື່ອ​ໄດ້ຍິນ​ວ່າ ເປໂຕ​ຢູ່​ທີ່​ເມືອງ​ລິດດາ ພວກເຂົາ​ຈຶ່ງ​ໃຊ້​ສອງ​ຄົນ​ນຳ​ຄຳ​ຮ້ອງ​ຂໍ​ໄປ​ຫາ​ເພິ່ນ​ວ່າ, “ຂໍ​ຄວາມ​ກະລຸນາ ຟ້າວ​ມາ​ຫາ​ພວກເຮົາ​ດ້ວຍ ຢ່າ​ໄດ້​ຊັກຊ້າ.”


ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ແຜ່​ອອກ​ໄປ​ທົ່ວ​ເມືອງ​ຢົບປາ ແລະ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ຈາກ​ນັ້ນ ເປໂຕ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ ຢູ່​ກັບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ຊີໂມນ​ເປັນ​ຊ່າງ​ຟອກໜັງ.


ເຢຮຸດ, ເບເນເບຣັກ, ກາດຣິມໂມນ,


ເມື່ອ​ຊາວ​ດານ​ສູນເສຍ​ດິນແດນ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ໄປ​ໂຈມຕີ​ແລະ​ຢຶດຄອງ​ເມືອງ​ເລເຊມ​ໂດຍ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ​ຖິ້ມ ແລະ​ປະກາດ​ເປັນ​ເມືອງ​ຂອງຕົນ. ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ ແລະ​ປ່ຽນ​ຊື່​ຂອງ​ເມືອງ​ເລເຊມ​ມາ​ເປັນ​ເມືອງ​ດານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka